NATOເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດລວມໝູ່

NATOເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດລວມໝູ່ - ảnh 1
ທ່ານ Stoltenberg ເລ​ຂາ​ທິ​ການ​ໃຫຍ່ NATO
(ພາບ: ndtv.com)

(vovworld)- ທ່ານ Jens Stoltenberg ເລ​ຂາ​ທິ​ການ​ໃຫຍ່  ​ອົງ​ການ NATO ໃຫ້​ຄຳ​ໝັ້ນ​ສັນ​ຍາ ​ເພີ່ມ​ທະ​ວີ​ກຳ​ລັ​ງ​ຄວາມ​ສາ​ມາດ​ປ້ອງ​ກັນ​ຊາດລວມ​ໝູ່ ຂອງ​ກຸ່ມ​ທະ​ຫານ​ຮັບ​ມື​ກັບ​ທຸກ​ໄພ​ອັນ​ຕະ​ລາຍ. ກ່າວ​ຄວາມ​ເຫັນ ໃນ​ວາ​ລະ​ກອງ​ປະ​ຊຸມ ຄັ້ງ​ທີ 62 ຂອງ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ NATO, ພວມ​ດຳ​ເນີນ​ຢູ່ Istanbul, ຕວກ​ກີ ໃນວັນ​ທີ 21/11  ທ່ານ Stoltenberg ເລ​ຂາ​ທິ​ການ​ໃຫຍ່ NATO ​ໃສ່​ໃຈວ່າ: NATO ພວມ​ຊັ່ງ​ຊາການ​ຊຸກ​ຍູ້​ຄວາມ​ສາ​ມາດ ​ດ້ານ​ການ​ປ້ອງ​ກັນ​ຊາດ​ລວມ​ໝູ່, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ຫະ​ພາບ​ເອີ​ລົບ (EU) ແລະ ເປີດ​ກວ້າງ​​ພັນທະ​ມິດ​ກັບ​ການເຊື້ອ​ເຊີນ Montenegro ເຂົ້າ​ຮ່ວມ. NATO ພວມ​ມີ​ບັນ​ດາ​ບາດ​ກ້າວຢ່າງ​ລະ​ອຽ​ດ​ ເພື່ອມຸ່ງ​ໄປເຖິງການເປີດກວ້າງ​ການ​ມີ​ໜ້າ​ໄປ​ສູ່ເຂດ​ທະ​ເລ​ດຳ ແລະ ເຂດທິດ​ຕາ​ເວັນ​ຕົກ​ຂອງ​ກຸ່ມ NATO, ລວມ​ມີ​ການ​ຜັນ​ຂະ​ຫຍາຍ 4 ກອງ​ພັນ​ນ້ອຍຫຼາຍ​ປະ​ເທດ ຢູ່​ບັນ​ດາ​ປະ​ເທດ Baltic ແລະ ໂປໂລ່ຍ ນອກ​ຈາກນັ້ນ, ທ່ານ Jens Stoltenberg ຍັງ​ເນັ້ນ​ໜັກ​ເຖິງ: ກຸ່ມ​ການທະ​ຫານພວມ​ພິ​ຈາ​ລະ​ນາ​ບັນ​ດາ​ມາດ​ຕະ​ການປ້ອງ​ກັນ​ຮັກ​ສາ ເພີ່ມ​ເຕີມ​ເທິງ​ອາ​ກາດ ແລະ ທະ​ເລ.

 

ຂ່າວ/ບົດ​ອື່ນ