OSCEຜັນຂະຫຍາຍເຮືອບິນບໍ່ມີຄົນຂັບຕິດຕາມກວດກາຄຳສັ່ງຢຸດຍິງຢູ່ຢູແກຼນ

OSCEຜັນຂະຫຍາຍເຮືອບິນບໍ່ມີຄົນຂັບຕິດຕາມກວດກາຄຳສັ່ງຢຸດຍິງຢູ່ຢູແກຼນ - ảnh 1
ເຮືອບິນບໍ່ມີຄົນຂັບ
ພາບ:24h.com.vn

(vovworld)- ທ່ານ Didier Burkhalter, ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ, ທັງ​ເປັນ ປະ​ທານ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື ເອີ​ລົບ (OSCE) ຖະ​ແຫລງວ່າ: OSCE ຖື​ວ່າ ນີ້​ແມ່ນ​ສ່ວນ​ຫ​ນຶ່ງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຢູ​ແກຼນ ພ້ອມ​ທັງ​ຊ່ວຍ OSCE ຕີ​ລາ​ຄາ​ບັນ​ດາ​ຄວາມ​ຄືບ​ຫ​ນ້າ​ໃນ​ການ​ເປີດກວ້າງ​ຫ​ນ້າ​ທີ່​ຕິດ​ຕາ​ມກວດ​ການີ້. ຕາມ​ທ່ານ Didier Burkhalter ແລ້ວ, ຄຳ​ສັ່​ງ​ຢຸດ​ຍິງ ລະ​ຫວ່າງ​ບັນ​ດາ​ຝ່າຍ​ຢູ່​ປະ​ເທດ ເອີ​ລົບ​ຕາ​ເວັນ​ອອກນີ້ ແມ່ນ​ກາ​ລະ​ໂອ​ກາດ​ແທ້​ຈິງ ແລະ ຄວນມ​ີ​ໄລ​ຍະ​ເວ​ລາ ເພື່ອ​ເປີດ​ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ ກ່ອນ​ທີ່​ຈັດ​ວາງບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ເພີ່ມ​ເຕີມ​ຂອງ​ຝ່າຍ​ຕາ​ເວັນ​ຕົກແນ​ໃສ່​ລັດ​ເຊຍ​ທີ່​ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ ຢູ​ແກຼນ .

ຂ່າວ/ບົດ​ອື່ນ