PBOC ຕີ​ລາ​ຄາ​ການ​ເຈ​ລະ​ຈ​າ​ດ້ານການ​ຄ້າ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ​ໃນ​ວິ​ວັດ​ທ​ະ​ນາ​ການ​ທີ່​ຕັ້ງ​ໜ້າ

(VOVWORLD) - ໃນຄຳຖະແຫຼງຂອງຕົນ, PBOC ເນັ້ນໜັກວ່າ ເຈົ້າໜ້າທີ່ວົງການທະນາຄານນີ້ຄວນເອົາໃຈໃສ່ເປັນພິເສດເຖິງບັນດາຄວາມສ່ຽງທີ່ມາຈາກພາຍນອກ, ກໍ່ຄືຕ້ອງສະກັດກັ້ນບັນດາຜົນກະທົບຈາກພາຍນອກ, ການ ເໜັງຕີງຂອງຕະຫຼາດແລະ ບັນດາຜົນກະທົບທາງລົບຕໍ່ຕະຫຼາດ.
PBOC ຕີ​ລາ​ຄາ​ການ​ເຈ​ລະ​ຈ​າ​ດ້ານການ​ຄ້າ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ​ໃນ​ວິ​ວັດ​ທ​ະ​ນາ​ການ​ທີ່​ຕັ້ງ​ໜ້າ - ảnh 1 ທ່ານ ອີກາງ ຜູ້ວ່າການທະນາຄານປະຊາຊົນຈີນ (ພາບ: AFT/TTXVN)

ວັນທີ 1 ກໍລະກົດ, ທ່ານ ອີກາງ ຜູ້ວ່າການທະນາຄານປະຊາຊົນຈີນ (PBOC) ໄດ້ຢັ້ງຢືນວ່າ ບັນດາການປຶກສາຫາລືດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາຢູ່ ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ເມື່ອທ້າຍອາທິດຜ່ານມາໄດ້ດຳເນີນໄປເປັນຢ່າງດີ, ພ້ອມທັງນຳມາເຊິ່ງວິວັດທະນາການທີ່ຕັ້ງໜ້າຊ່ວຍເປີດເສັ້ນທາງໃຫ້ແກ່ບັນດາການເຈລະຈາຕໍ່ໆໄປ.

        ແລະກໍ່ໃນວັນດຽວກັນ, PBOC ກໍ່ຢັ້ງຢືນວ່າ ຈະສວມບົດບາດເປັນເຈົ້າການໃນການແກ້ໄຂການຂັດແຍ່ງດ້ານການຄ້າກັບອາເມລິກາ. ໃນຄຳຖະແຫຼງຂອງຕົນ, PBOC ເນັ້ນໜັກວ່າ ເຈົ້າໜ້າທີ່ວົງການທະນາຄານນີ້ຄວນເອົາໃຈໃສ່ເປັນພິເສດເຖິງບັນດາຄວາມສ່ຽງທີ່ມາຈາກພາຍນອກ, ກໍ່ຄືຕ້ອງສະກັດກັ້ນບັນດາຜົນກະທົບຈາກພາຍນອກ, ການ ເໜັງຕີງຂອງຕະຫຼາດແລະ ບັນດາຜົນກະທົບທາງລົບຕໍ່ຕະຫຼາດ. PBOC ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະຕ້ານບັນດາຄວາມສ່ຽງດ້ານການເງິນທີ່ມີລັກສະນະລະບົບ“ຢ່າງເດັດດ່ຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ