Sunda ໃຕ້ ຍິງຕົກເຮືອບິນເອລີກອບແຕຂອງ ສະຫະປະຊາຊາດ

Sunda ໃຕ້ ຍິງຕົກເຮືອບິນເອລີກອບແຕຂອງ ສະຫະປະຊາຊາດ - ảnh 1
Sunda ​ໃຕ້ ​ຍິງ​ຕົກ​ເຮືອບິນ​ເອລີກ​ອບ​ແຕຂອງ​ ສະຫະ​ປະຊາ​ຊາດ
(ພາບ ອິນເຕີແນດ)

(vovworld) - ວັນ​ທີ 22/12, Sunda ​ໃຕ້ ​ໄດ້​ຍອມຮັບ​ວ່າ ວັນ​ທີ 21/12, ກອງທັບ​ປະ​ເທດ​ນີ້​ໄດ້ຍິງ​ຕົກ​ເຮືອບິນ​ເອລີກ​ອບ​ແຕຂອງ​ກຳລັງ​ຮັກສາ​ສັນຕິພາບ ສະຫະ​ປະຊາ​ຊາດ ຢູ່​ລັດ Jongley, ​ເຮັດ​ໃຫ້​ສະມາຊິກ 4 ຄົນ ຊາວ​ລັດ​ເຊຍ ​ໃນ​ເຮືອບິນ​ດັ່ງກ່າວ​ເສຍ​ຊີວິດ. ​ໂຄສົກ​ກອງທັບ​ປົດ​ປ່ອຍ Sunda ​ໃຕ້, ພັນ​ເອກ Philip Aguer ​ໃຫ້​ຮູ້​ວ່າ​: ເຂົາ​ເຈົ້າ​ບໍ່​ຮູ້​ກ່ອນ​ກ່ຽວ​ກັບ​ການ​ປະກົດ​ຂອງເຮືອ​ບິນລຳ​ນີ້ຂອງ ສປຊ ​ຢູ່​ເຂດ​ດັ່ງກ່າວ ແລະ ​ຄິດ​ວ່າ​ນີ້​ແມ່ນ​ເຮືອບິນ​ຂົນ​ສົ່ງ​ອາວຸດ​ໃຫ້​ກຳລັງ​ລຸກ​ຮຶ້ຂຶ້ນ Yau Yau  ດັ່ງ​ນັ້ນ​ຈຶ່ງສັ່ງ​ໃຫ້​ກຳລັງ​ປືນ​ໃຫຍ່​ຍິງ​ຕົກ. ສ່ວນ​ທ່ານ​ເລຂາທິການ​ໃຫຍ່ ສປຊ Bankimoon ​ໄດ້​ຕຳ​ນິຕິ​ຕຽນ​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ​ຢ່າງ​ຮຸນ​ແຮງ ​ແລະ ອອກ​ຖະ​ແຫຼ​ງການ ຮຽກຮ້ອງ​ໃຫ້​ລັດຖະບານ Sunda ​ໃຕ້ ຕ້ອງ​ດຳ​ເນີນ​ການ​ສືບສວນ​ໃນ​ທັນທີ, ​ເພື່ອ​ນຳ​ຜູ້​ຕ້ອງ​ໂທດ​ອອກ​ສານ​ຕັດສິນ​ລົງ​ໂທດ.

 

ຂ່າວ/ບົດ​ອື່ນ