Tunisia ຍຸບເລິກ ລັດຖະບານພັນທະມິດກຳອຳນາດ

Tunisia ຍຸບເລິກ      ລັດຖະບານພັນທະມິດກຳອຳນາດ - ảnh 1
ທ່ານ  Hamadi Jebali, ນາຍົກລັດຖະມົນຕີ Tunisia
ພາບ: internet


(vovworld) - ວັນ​ທີ 6/2, ນາຍົກລັດຖະມົນຕີ Tunisia, Hamadi Jebali ​ໄດ້​ປະກາດ​ຍຸ​ບ​ເລິກ​ລັດຖະບານ​ພັນ​ທະ​ມິດ​ກຳ​ອຳນາດ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ລັດຖະບານ ຮັບຜິດຊອບ​ການ​ນຳພາ​ປະ​ເທດ​ຊາດ​ນັບ​ແຕ່​ນີ້​ຮອດ​ໄລຍະ​ດຳ​ເນີນ​ບັນດາ​ການ​ເລືອກ​ຕັ້ງ. ​ແຈ້ງ​ການ​ດັ່ງກ່າວ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Jebali ຍົກ​ອອກ​ໃນ​ສະພາບ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ສືບ​ຕໍ່​​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ຢູ່​ນະຄອນ​ຫລາຍ​ແຫ່ງ​ໃນ Tunisia ພາຍຫລັງ​ຫົວຫນ້າ​ພັກ​ບັນດາ​ຜູ້​ຮັກ​ຊາດ​ປະຊາທິປະ​ໄຕ ຝ່າຍ​ຄ້ານ, ທ່ານ Chokri Belaid ຖືກ​ຍິງ​ຕາຍ​ຢູ່​ຕໍ່ຫນ້າ​ເຮືອນ​ສ່ວນ​ຕົວ​ຂອງ​ທ່ານ​ໃນ​ວັນດຽວ​ກັນ. ທ່ານ  Jebali ຖື​ວ່າ ​ເຫດການ​ດັ່ງກ່າວ​ແມ່ນ​ການ​ກະທຳ​ກໍ່​ການ​ຮ້າຍ ​ແລະ ​ໃຫ້​ຄຳ​ໝັ້ນ​ໝາຍຈະ​ມານະ​ພະຍາຍາມ​ຈັບ​ຕົວ​ການ. ອາ​ເມ​ລິ​ກາ ​ແລະ ຝລັ່ງ ກໍ​ກ່າວ​ປະນາມ​ເຫດ​ເຂັ່ນຂ້າ​ທ່ານ Belaid. ​ໃນ​ວັນ​ດຽວ​ກັນ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ 1000 ຄົນ ​ໄດ້​ຢືນ​ຢູ່​ນອກສຳນັກງານກະຊວງ​ພາຍ​ໃນຂອງ Tunisia ​ແລະ ​ເກີດ​ການປະ​ທະ​ກັນ​ກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ.

 

ຂ່າວ/ບົດ​ອື່ນ