Venezuela ນາບຂູ່ເນລະເທດພາລະກອນການທູດອາເມລິກາທັງໝົດ

Venezuela ນາບຂູ່ເນລະເທດພາລະກອນການທູດອາເມລິກາທັງໝົດ - ảnh 1
ປະທານາທິບໍດີ Venezuela, Nicolas Maduro
ພາບ:internet

(vovworld)- ວັນ​ທີ 2/10, ປະທານາທິບໍດີ Venezuela, Nicolas Maduro  ຢືນຢັນວ່າ: ດ​້ວຍການ​ເນລະ​ເທດ​ພາລະ​ກອນ​ສະຖານທູດ​ອາ​ເມ​ລິ​ກາ 3 ຄົນ, ທ່ານ​ໄດ້​ດັບ​ສູນ​ກຸ່ມ​ນຳ​ຫນ້າ​ທີ່​ກໍ່​​ໃຫ້​ເກີດ​ຄວາມຂາດ​ສະຖຽນ​ລະ​ພາບ​ຢູ່ Venezuela ພ້ອມ​ທັງ​ໃຫ້​ຮູ້​ວ່າ: ຖ້າ​ຫາກ​ສືບ​ຕໍ່​ມີ​ການ​ກະທຳ​ຕ້ານ​ລັດຖະບານ Venezuela ທ່ານ ຈະ​ເນລະ​ເທດ​ພາລະ​ກອນ​ການ​ທູດອາ​ເມ​ລິ​ກາ ທັງ​ໝົດ. ທ່ານ Maduro ຍັງ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ເນລະ​ເທດ​ອຸປະ​ທູດ​ຊົ່ວຄາວ ອາ​ເມ​ລິ​ກາ Kelly Keiderling ​ແລະ ​ເຈົ້າ​ຫນ້າ​ທີ່​ອື່ນ 2 ຄົນ​ຂອງ​ສະຖານທູດ ອາ​ເມ​ລິ​ກາ ​ແມ່ນ​ສັບສົນ ​ແລະ ຫຍຸ້ງຍາກ ​ແຕ່​ຕ້ອງ​ຍົກ​ອອກ​ຂໍ້​ຕົກລົງ​ນັ້ນ ​ເພາະວ່າ ​ເຂົາ​ເຈົ້າ​ຖືກ​ກ່າວ​ຫາ​ວ່າ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທຳລາຍ​ພື້ນຖານ​ເສດຖະກິດ ​ແລະ ລະບົບ​ໄຟຟ້າ, ກໍ່ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ປະ​ເທດ ອາ​ເມ​ລິ​ກາ​ໃຕ້​ນີ້. ​​ສ່ວນ​ຝ່າຍ ວໍ​ຊິງ​ຕັນ ​ໄດ້​ຖະ​ແຫລ​ງວ່າ ອຸປະ​ທູດ​ຊົ່ວຄາວ Calixto Ortega Rios ​ແລະ ນັກ​ການ​ທູດອື່ນ 2 ຄົນ​ຂອງ Venezuela  ຢູ່ ອາ​ເມ​ລິ​ກາ ​ແມ່ນ​ບຸກຄົນບໍ່​ໄດ້​ຮັບ​ຄວາມ​ຊົມ​ເຊີຍ.

ຂ່າວ/ບົດ​ອື່ນ