VOV ຈະໂຄສະນາເຜີຍແຜ່ກ່ຽວກັບເຫດການ 85 ປີແຫ່ງວັນປະທານ ໂຮ່ຈີມິນ ກັບເມືອຄືນປະເທດ, ຊີ້ນຳການປະຕິວັດ ຫວຽດນາມ

(VOVWORLD) - ຫ້ອງການ VOV ປະຈຳເຂດຕາເວັນອອກສ່ຽງເໜືອ ໄດ້ຮີບເຮັ່ງສ້າງບັນດາທິດທາງ, ແຜນການໂຄສະນາເຜີຍແຜ່ກ່ຽວກັບເນື້ອໃນດັ່ງກ່າວ.
VOV ຈະໂຄສະນາເຜີຍແຜ່ກ່ຽວກັບເຫດການ 85 ປີແຫ່ງວັນປະທານ ໂຮ່ຈີມິນ ກັບເມືອຄືນປະເທດ, ຊີ້ນຳການປະຕິວັດ ຫວຽດນາມ  - ảnh 1(ທ່ານ ບຸຍວັນກື, ຮອງຫົວໜ້າຫ້ອງການຜູ້ຕາງໜ້າ VOV ປະຈຳເຂດຕາເວັນອອກສ່ຽງເໜືອ)

        ຕອນບ່າຍວັນທີ 17 ທັນວາ, ຢູ່ແຂວງ ກາວບັ່ງ, ຄະນະປະຕິບັດງານຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ເຮັດວຽກກັບການນຳແຂວງ ກາວບັ່ງ, ເປັນເອກະພາບເນື້ອໃນໂຄສະນາເຜີຍແຜ່ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີແຫ່ງວັນປະທານ ໂຮ່ຈີມິນ ກັບເມືອຄືນປະເທດ, ຊີ້ນຳການປະຕິວັດ ຫວຽດນາມ ໂດຍກົງ (28 ມັງກອນ 1941 – 28 ມັງກອນ 2025).

        ກ່ຽວຂ້ອງເຖິງວຽກງານສື່ສານ, ໂຄສະນາເຜີຍແຜ່ກ່ຽວກັບແຜນຮ່າງດັ່ງກ່າວ, ທ່ານ ບຸຍວັນກື, ຮອງຫົວໜ້າຫ້ອງການຜູ້ຕາງໜ້າ VOV ປະຈຳເຂດຕາເວັນອອກສ່ຽງເໜືອ ແຈ້ງໃຫ້ຊາບວ່າ, ພາຍຫຼັງໄດ້ຮັບການຊີ້ນຳຂອງການນຳ VOV, ຫ້ອງການ VOV ປະຈຳເຂດຕາເວັນອອກສ່ຽງເໜືອ ໄດ້ຮີບເຮັ່ງສ້າງບັນດາທິດທາງ, ແຜນການໂຄສະນາເຜີຍແຜ່ກ່ຽວກັບເນື້ອໃນດັ່ງກ່າວ. ດ້ວຍຫົວຂໍ້ລຸລ່ວງ “ການເດີນທາງຕາມຮອຍປະທານ ໂຮ່ຈີມິນ - ຈາກ ປາກປໍ ອອກສູ່ໂລກ”, VOV ປະຈຳເຂດຕາເວັນອອກສ່ຽງເໜືອ ຈະຜັນຂະຫຍາຍການຜະລິດ, ອອກອາກາດບັນດາບົດສາລະຄະດີ, ຂ່າວໂຄສະນາເຜີຍແຜ່ລາຍລະອຽດ ແລະ ບັນດາລາຍການກະຈາຍສຽງດ້ວຍພາສາ ໄຕ່ - ນຸ່ງ ແລະ ຈະຖ່າຍທອດສົດພິທີສະເຫຼີມສະຫຼອງ 85 ປີແຫ່ງວັນປະທານ ໂຮ່ຈີມິນ ກັບເມືອຄືນປະເທດ, ຊີ້ນຳການປະຕິວັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ