VOV ຮ່ວມກັນ​ຈັດ​ຕັ້ງ​ເວ​ທີ​ປ​າ​ໄສ ທາງ​ອອນ​ລາຍກ່ຽວ​ກັບ “ສັນ​ຍາ EVFTA: ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍຜົນ​ປະ​ໂຫຍດ ແລະ ​ອຸ​ປະ​ສັກ ”

(VOVWORLD) -ເວທີປາໄສທາງອອນລາຍກ່ຽວກັບ “ສັນຍາການຄ້າເສລີຫວຽດນາມ - ເອີລົບ: ເສັ້ນທາງທີ່ເຕັມໄປດ້ວຍຜົນປະໂຫຍດ ແລະ ອຸປະສັກ” ຖືກດຳເນີນໃນຕອນບ່າຍວັນທີ 29 ກໍລະກົດ ຢູ່ສຳນັກງານ VOV, ເຮືອນເລກທີ 58 ຖະໜົນ ກ໊ວນຊື໊, ຮ່າໂນ້ຍ. 
VOV ຮ່ວມກັນ​ຈັດ​ຕັ້ງ​ເວ​ທີ​ປ​າ​ໄສ ທາງ​ອອນ​ລາຍກ່ຽວ​ກັບ “ສັນ​ຍາ EVFTA: ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍຜົນ​ປະ​ໂຫຍດ ແລະ ​ອຸ​ປະ​ສັກ ” - ảnh 1 ເວທີປາໄສທາງອອນລາຍກ່ຽວກັບ “ສັນຍາການຄ້າເສລີຫວຽດນາມ - ເອີລົບ: ເສັ້ນທາງທີ່ເຕັມໄປດ້ວຍຜົນປະໂຫຍດ ແລະ ອຸປະສັກ”

ເຫດການດັ່ງກ່າວໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບ ສະຫະພັນ ບັນດາສະມາຄົມວິສາຫະກິດ ຫວຽດນາມ ປະຈຳເອີລົບ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ) ຈັດຕັ້ງຂຶ້ນ. ເຂົ້າຮ່ວມເວທີປາໄສມີຜູ້ຕາງໜ້າການນຳບັນດາຄະນະ, ຂະແໜງການ, ມີວິສາຫະກິດ 100 ແຫ່ງທີ່ຕາງໜ້າໃຫ້ແກ່ບັນດາຂົງເຂດ, ຂະແໜງອາຊີບຢູ່ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ, ບິ່ງເຟືອກ, ນະຄອນໂຮ່ຈີມິນ ແລະ 15 ສະຖານທີ່ເຊື່ອມຕໍ່ຢູ່ ເອີລົບ ແລະ ໃນທົ່ວໂລກ. 

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເລືອງແທັງງິ ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດຕັ້ງເວທີປາໄສດັ່ງກ່າວຂອງ VOV:

        “ນີ້ແມ່ນເຫດການມີຄວາມໝາຍ, ແມ່ນໂອກາດເພື່ອໃຫ້ວິສາຫະກິດທ້ອງຖິ່ນກວ່າ 90 ແຫ່ງຢູ່ພາຍໃນປະເທດ ກໍຄືບັນດາວິສາຫະກິດຢູ່ 16 ປະເທດເອີຣົບ ເຂົ້າຮ່ວມເວທີປາໄສໃນມື້ນີ້ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມຫຍຸ້ງຍາກ, ຄວາມສະດວກໃນວິວັດການລົງທຶນດໍາເນີນທຸລະກິດ, ຈາກນັ້ນສ້າງແຜນການປະຕິບັດສັນຍາ EVFTA. ບັນດາຂໍ້ສະເໜີແນະ, ມາດຕະການ, ແນວຄວາມຄິດ ເຊິ່ງພວກເຮົາໄດ້ເຕື້ອງເຖິງໃນກອງປະຊຸມຄັ້ງນີ້ ແມ່ນພື້ນຖານເພື່ອໃຫ້ທ້ອງຖິ່ນຕ່າງໆ, ສະມາຄົມວິສາຫະກິດ ແລະ ປະຊາຄົມໄດ້ສໍາຜັດກັບສັນຍາ FTA ໃໝ່ ດ້ວຍມາດຕະຖານສູງກວ່າ”.

ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດພາຍໃນປະເທດໄດ້ພົບປະ ແລກປ່ຽນ ແລະ ສ້າງການພົວພັນກັບບັນດາວິສາຫະກິດຂອງ ຊາວຫວຽດນາມອາໄສຢູ່ເອີລົບ ເຊິ່ງໃນປັດຈຸບັນພວມຊອກຫາກາລະໂອກາດ ດຳເນີນທຸລະກິດ, ລົງທຶນ ແລະ ນຳເຂົ້າສິນຄ້າຈາກຫວຽດນາມ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ໄດ້ອັບເດດບັນດາຂໍ້ມູນຂ່າວສານຫຼ້າສຸດກ່ຽວກັບບັນດານະໂຍບາຍບຸລິມະສິດແກ່ການລົງທຶນ, ກາລະໂອກາດການຮ່ວມມືໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນກັບສະຫະພາບເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ