VOV ໄດ້ຮັບໜັງສືອະນຸຍາດເຄື່ອນໄຫວ ໂທລະພາບຢ່າງເປັນທາງການ

  VOV ໄດ້ຮັບໜັງສືອະນຸຍາດເຄື່ອນໄຫວ ໂທລະພາບຢ່າງເປັນທາງການ - ảnh 1
ພາບປະກອບ

( vovworld ) –  ນັບ​ແຕ່​ວັນ​ທີ 24/5, ລະບົບ​ກະຈາຍສຽງ​ແຜ່​ພາບ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ປ່ຽນ​ຊື່​ເປັນ​ຊ່ອງ​ໂທລະພາບວິທະຍຸ​ກະຈາຍສຽງ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ໜັງສື​ອະນຸຍາດ​ເລກທີ 871 ຂອງ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ ​ເຊັນ​ເມື່ອ​ວັນ​ທີ 23/5/2012. ຕາມ​ນັ້ນ​ແລ້ວ, ຊ່ອງ​ໂທລະພາບວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ແມ່ນ​ຫົວໜ່ວຍ​ຂຶ້ນ​ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ  ມີໜ້າ​ທີ່​ປະຕິບັດ​ພາລະ​ໜ້​າທີ່​ໂທລະພາບ, ​ແມ່ນ​ພາຫະນະ​ສື່​ມວນ​ຊົນ​ອັນ​ຈຳ​ເປັນ​ສຳລັບ​ຊີວິດ​ສັງຄົມ, ​ແມ່ນ​ກະບອກ​ສຽງ​ຂອງ​ພັກ, ລັດ, ​ແມ່ນ​ເວທີ​ປາ​ໄສ​ຂອງ​ປະຊາຊົນ. ຊ່ອງ​ໂທລະພາບວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ຊ່ອງ​ຂ່າວສານ​ສັງ​ລວມກ່ຽວ​ກັບ​ບັນດາ​ຂ່າວາ​ສະຖານະ​ການ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ປະກອບສ່ວນ​ຍົກ​ສູງ​ພູມ​ປັນຍາ​ຂອງ​ປະຊາຊົນ, ຮັບ​ໃຊ້​ຊີວິດ​ດ້ານ​ຈິດ​ໃຈ ວັດທະນະທຳ​ຂອງ​ປະຊາຊົນ. ຊ່ອງ​ໂທລະພາບວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ອອກ​ອາກາດ 24 ຊົ່ວ​ໂມງ/ວັນ ດ້ວຍ​ບັນດາ​ລາຍການ​ຂ່າວ, ສະຖານະ​ການ, ຫົວ​ເລື່ອງສະ​ເພາະ, ບັນ​ເທິງ ​ແລະ ບັນດາ​ລາຍການ​ອື່ນໆ. ປະຈຸ​ບັນ, ຊ່ອງ​ໂທລະພາບວິທະຍຸ​ກະຈາຍສຽງ​ຫວຽດນາມ ພວ​ມອອກ​ອາກາດ​ໃນ​ບັນດາ​ພື້ນຖານ​ໂຄງ​ລ່າງ analog ​ແລະ ​ໂທລະພາບ​ເຄ​ເບີ​ນ, ​ໂທລະພາບ digital, ຜ່ານ​ລະບົບ​ອິນ​ເຕີ​ແນັດ, ​​ໂທລະສັບ​ມື​ຖື.

 

 

 

ຂ່າວ/ບົດ​ອື່ນ