ກູບາພ້ອມແລ້ວທີ່ຈະເຈລະຈາກັບອຳນາດການປົກຄອງອາເມລິກາ

ກູບາພ້ອມແລ້ວທີ່ຈະເຈລະຈາກັບອຳນາດການປົກຄອງອາເມລິກາ - ảnh 1
ທ່ານ​ປະ​ທານ ກູ​ບາ Raul Castro 

(vovworld)- ວັນ​ທີ 25/1, ທ່ານ​ປະ​ທານ ກູ​ບາ Raul Castro ສະ​ແດງ​ຄວາມ​ຫວັງ​ສືບ​ຕໍ່​ວິ​ວັດ​ທະ​ນາ​ການ​ຫັນ​ການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ​ ເປັນ​ປົກ​ກະ​ຕິ ພ້ອມ​ທັງ​ຢືນ​ຢັນ ລາ​ຮາ​ວານ ພ້ອມ​ແລ້ວ ຈັດ​ຕັ້ງ “ກາ​ນ​ເຈ​ລະ​ຈາ​ດ້ວຍ​ຄວາມເຄົ​າ​ລົບ” ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນ​ໃຫມ່ Donald Trump. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂອງ ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ ອາ​ເມ​ລິ​ກາ ລາ​ຕີນ ແລະ Caribe ຊື່ງ​ໄດ້​ຈັດ​ຕັ້ງ​ຢູ່ ປະ​ເທດ Dominica, ທ່ານ​ປະ​ທານ Castro ຖື​ວ່າ ກູ​ບາ ແລະ ອາ​ເມ​ລິ​ກາ ສາ​ມາດ​ຮ່ວມ​ມື ແລະ ຄົງ​ຕົວ​ນຳ​ກັນ​, ເຄົາ​ລົບ​ຄວາມ​ແຕກ​ຕ່າງ​ກໍ​ຄື​ຊຸກ​ຍູ້​ທຸກ​ສິ່ງ​ທີ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ. ຕາມ​ທ່ານ Castro ແລ້ວ, ກູ​ບາ ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສອງ​ຝ່າຍ​ທັນ​ສະ​ໄຫມ​ກັບ ອາ​ເມ​ລິ​ກາ ບົນ​ພື້ນ​ຖານ​ສະ​ເຫມີ​ພາບ, ປະ​ນິ​ປະ​ນອມ​ເຊິ່ງ​ກັນ ແລະ​ກັນ ແລະ ເຄົາ​ລົບ​ອະ​ທິ​ປະ​ໄຕ​ກໍ​ຄື​ພື້ນ​ຖານ​ເອ​ກະ​ລາດ​ຂອງ ກູ​ບາ. ຖະ​ແຫລງ​ການ​ຂອງ​ປະ​ທານ Castro ຖືກ​ຍົກ​ອອກ​ໃນ​ສະ​ພາບ​ການ​ປະ​ກົດ​ອອກ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຈະ​ມາ​ເຖິງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ອາດ​ຈະ​ນາບ​ຂູ່​ເຖິງ​ການ​ພົວ​ພັນ​ພວມ​ດີ​ຂຶ້ນ​ລະ​ຫວ່າງ​ສອງ​ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ