ກວດກາວຽກງານປ້ອງກັນໂລກໄຂ້ຫວັດ A H7N9 ຢູ່ສະໜາມບິນສາກົນ ໂນ້ຍບ່າຍ

ກວດກາວຽກງານປ້ອງກັນໂລກໄຂ້ຫວັດ A H7N9 ຢູ່ສະໜາມບິນສາກົນ ໂນ້ຍບ່າຍ - ảnh 1
ການກວດ​ພະຍາດຜ່ານ​ເຄື່ອງ​ວັດ​ອຸນຫະພູມ​ຮ່າງກາຍຜູ້ໂດຍສານ

Vovworld- ຕອນ​ບ່າຍ​ວັນ​ທີ 4/4, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ແທງ​ລອງ ​ໄດ້​ລົງ​ກວດກາ​ວຽກ​ງານ​ປ້ອງ​ກັນ​ໂລກ​ໄຂ້​ຫວັດ A H7N9 ຢູ່​ສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ-ຮ້້າ​ໂນ້ຍ. ຜູ້​ໂດຍ​ສານ​ທຸກໆ​ຄົນ ຕ່າງ​ກໍ​ໄດ້​ຮັບ​ການກວດ​ພະຍາດຜ່ານ​ເຄື່ອງ​ວັດ​ອຸນຫະພູມ​ຮ່າງກາຍ ​ແລະ ປະຈຸ​ບັນ, ຍັງ​ບໍ່​ທັນ​ກວດ​ພົບ​ກໍລະນີ​ໃດໆ​ທີ່​ສົງ​ໄສ​ຕິດ​ໂລກ​ດັ່ງກ່າວ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ແທງ​ລອງ ​ໄດ້​ສະ​ເໜີ ສູນ​ກວດ​ໂລກລະບາດ​ທີ່​ສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ-ຮ້້າ​ໂນ້ຍ ຕ້ອງ​ປະຕິບັດ​ການວັດ​ອຸນຫະພູມ​ຮ່າງກາຍຜູ້​ໂດຍສານ​ເມື່ອ​ເຂົ້າ​ເມືອງ​ເປັນ​ປະຈຳ ​ເພື່ອກວດ​ພົບ​ກໍລະນີ​​ທີ່​ສົງ​ໄສ​ຕິດ​ໂລກ​ດັ່ງກ່າວ. ຕ້ອງ​ສ້າງ​ຕັ້ງ​ເຂດ​ປິນປົວ​ຄົນ​ເຈັບ​ຕ່າງຫາກ ​ແລະ ສະຖານ​ທີ່​ເພື່ອ​ແຈ້ງ​ອາການ​ສຸຂະພາບ ​ແລະ ສາຍ​ຕິດ​ຕໍ່​ພົວພັນ​ດ່ວນ​ເພື່ອ​ໃຫ້​ຜູ້​ໂດຍສານ​ສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ໂລກລະບາດ.

   ​ໃນ​ຂະນະ​ນັ້ນ, ວົງ​ການ​ເຈົ້າ​ໜ້າ​ທີ່​ຂະ​ແໜງ​ກະ​ສີ​ກຳ​ຂອງຈີນ ​ໃຫ້​ຮູ້​ວ່າ ​ໄດ້​ກວດ​ພົບ ​ເຊື້ອ​ໄວຣັດ ໂລກ​ໄຂ້​ຫວັດສັດ​ປີກ H7N9 ​ໃນ​ບັນດາ​ຕົວຢ່າງ​ເຊື້ອ​ໄວຣັດຂອງ​ນົກກາງ​ແກ ທີ່​ເອົາ​ມາ​ຈາກ​​ເຂດຕະຫຼາດ​ຂາຍ​ຜະລິດ​ຕະພັນ​ກະ​ເສດ​ຢູ່​ຊຽງ​ໄຮ. ຕາມ​​ແຈ້ງ​ການຂອງກະຊວງກະ​ສີ​ກຳຈີນ, ການ​ວິ​​ໄຈ​ບັນດາ​ຕົວຢ່າງ​ພະຍາດ​ໃນ​ຫ້ອງ​ທົດ​ລອງ ໂລກ​ໄຂ້​ຫວັດສັດ​ປີກ​ແຫ່ງ​ຊາດ ​ໄດ້​ໃຫ້​ຂໍ້​ສະຫຼຸບ​ວ່າ ​ຈຳພວກເຊື້ອ​ໄວຣັດໂລກ​ໄຂ້​ຫວັດ  H7N9 ທີ່​ກວດ​ພົບ​ຢູ່​ນົກກາງ​ແກ ​ແມ່ນ​ຄ້າຍຄື​ກັບ ຈຳພວກ ເຊື້ອ​ໄວຣັດໂລກ​ໄຂ້​ຫວັດທີ່​ກວດ​ພົບ​ຢູ່​ຄົນ​ເຈັບ​ຕິດເຊື້ອ​ໄວຣັດ H7N9. ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ​ເຈົ້າ​ໜ້າທີ່​ນະຄອນ​ຊຽງ​ໄຮ່ ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ມີ​ຄົນ​ເຈັບ​ຜູ້​ໜຶ່ງ​​ເສຍ​ຊີວິດ​ຍ້ອນ​ ຕິດເຊື້ອ​ໄວຣັດ H7N9, ອັນ​ໄດ້​ຍົກ​ຍອດ​ຈຳນວນ​ຜູ້ເສຍ​ຊີວິດ​ຍ້ອນ​ ຕິດເຊື້ອ​ໄວຣັດ H7N9 ຢູ່​ຈີ​ນ ຂຶ້ນ​ເຖິງ 5 ຄົນ​ແລ້ວ.

ຂ່າວ/ບົດ​ອື່ນ