ກອງທັບເຮືອ ອາເມລິກາ ແລະ ຈີນ ເພີ່ມທະວີການປຶກສາຫາລືສະກັດກັ້ນຄວາມເຄັ່່ງຕຶງປີ້ນຂັ້ນໄດຢ່າງກະທັນຫັນຢູ່ທະເລ

(VOVWORLD) -ກອງປະຊຸມ ສອງຝ່າຍ ຈະແລກປ່ຽນທັດສະນະກ່ຽວກັບການພົວພັນຮ່ວມມືດ້ານການທະຫານສອງຝ່າຍ ກໍຄືລະຫວ່າງສອງກໍາລັງກອງທັບເຮືອ ແລະ ເນັ້ນໜັກເຖິງຄວາມສໍາຄັນຂອງການແລກປ່ຽນຂໍ້ມູນຂ່າວສານຢູ່ລະດັບສູງ

ວັນທີ 18 ທັນວາ, ກອງທັບເຮືອ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ທ່ານພົນເຮືອເອກ Richardson ຜູ້ບັນຊາການທະຫານເຮືອ  ໄດ້ຈັດຕັ້ງກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດກັບຄູ່ຕໍາແໜ່ງ ຈີນ, ນາຍພົນເຮືອໂທ ເສີນຈີນຫຼົງ ເພື່ອປຶກສາຫາລືກ່ຽວກັບບັນດາວີທີການສະກັດກັ້ນຄວາມເຄັ່ງຕຶງປີນຂັ້ນໄດຢ່າງກະທັນຫັນຢູ່ທະເລ.

        ແຈ້ງການຂອງກອງທັບເຮືອ ອາເມລິກາ ມີຕອນລະບຸວ່າ, ທີ່ກອງປະຊຸມ ສອງຝ່າຍ ຈະແລກປ່ຽນທັດສະນະກ່ຽວກັບການພົວພັນຮ່ວມມືດ້ານການທະຫານສອງຝ່າຍ ກໍຄືລະຫວ່າງສອງກໍາລັງກອງທັບເຮືອ ແລະ ເນັ້ນໜັກເຖິງຄວາມສໍາຄັນຂອງການແລກປ່ຽນຂໍ້ມູນຂ່າວສານຢູ່ລະດັບສູງ. ທ່ານ Richardson ໄດ້ເນັ້ນໜັກເຖິງຄໍາໝັ້ນສັນຍາຂອງກອງທັບເຮືອ ອາເມລິກາ ຮັກສາເຂດມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດປະຕູ, ພິເສດແມ່ນການສຸມໃສ່ຫຼຸດຜ່ອນຄວາມສ່ຽງ ແລະ ບັນດາມາດຕະການເຄື່ອນໄຫວປອດໄພເພື່ອຫຼີກລ້ຽງຄວາມເຄັ່ງຕຶງປີນຂັ້ນໄດທີ່ບໍ່ຈໍາເປັນ. ຕາມແຈ້ງການແລ້ວ, ສອງຝ່າຍກໍເຫັນດີເປັນເອກະພາບນໍາກັນວ່າ ການພົວພັນທີ່ມີລັກສະນະສ້າງສັນລະຫວ່າງສອງກອງທັບ ອາດຈະຊ່ວຍໃຫ້ການພົວພັນລະຫວ່າງສອງປະເທດ ມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ