ກອງບັນຊາການທະຫານເຮືອເຂດ 4 ໄປອວຍພອມປີໃໝ່ ພະນັກງານ ແລະ ນັກຮົບໃນເກາະ ຊິງໂຕນ

ກອງບັນຊາການທະຫານເຮືອເຂດ 4 ໄປອວຍພອມປີໃໝ່ ພະນັກງານ ແລະ ນັກຮົບໃນເກາະ ຊິງໂຕນ - ảnh 1
( ພາບ : http://ktv.org.vn)

ວັນ​ທີ 31 ທັນ​ວາ, ຄະນະ​ປະຕິບັດ​ງານ​ກອງ​ບັນຊາ​ການທະຫານ​​ເຮືອເຂດ 4 ​ໄດ້​ໄປ​ອວຍ​ພອມ​ປີ​ໃໝ່​ພະນັກງານ ​ແລະ ນັກຮົບ​ໃນ​ເກາະ ຊິງ​ໂຕນ, ທີ່​ຂື້ນ​ກັບໝູ່​ເກາະ ​ເຈືອງ​ຊາ ຂອງ ຫວຽດນາມ. ​ໃນ​ຊຸມ​ປີຜ່ານມາ, ທະຫານ ​ແລະ ປະຊາຊົນ​ຢູ່ເກາະ ຊິງ​ໂຕນ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ກໍ່ສ້າງ​ເກາະ​​ໃຫ້​ມີ​ສີຂຽວ. ​ໃນ​ປີ 2011, ລະ​ບົບນຳ​ໃຊ້ພະລັງງານ​ສະອາດ​ໄດ້​ນຳ​​ເຂົ້າໃຊ້​ການ​​ຢ່າງ​ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ກ່ວາ 80% ຄວາມ​ຕ້ອງການ​ນຳ​ໃຊ້​ພະລັງງານ​ໄພ​ຟ້າ​ໃນ​ເກາະ. ໃນ​ປີ 2011, ​ເກາະ ຊິງ​ໂຕນ ​ໄດ້ມີ​ກິດຈະກຳ​ຊາວ​ໜຸ່ມ, ​ເພື່ອບໍລິຈາກ​​ເງິນສະໜັບສະໜູນ​ກອງ​ທຶນ​ຕອບບຸນ​​ແທນ​ຄຸນ​ໄດ້​ກວ່າ 14 ລ້ານ​ດົງ ​ແລະ ອື່ນໆ. ​ໃນ​ການຕ້ອນຮັບ​ຄະນະ​ປະຕິບັດ​ງານ​ມາ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ບັນດາພະນັກງານ, ນັກຮົບ​ ​ແລະ ປະຊາຊົນຢູ່​ເກາະ ຊິງ​ໂຕນ, ທ່ານ ກິມ​ແທງ​ຮວາ, ຮອງ​ປະທານ​ຄະນະ​ກຳ​ມະ​ການ ປະຊາຊົນ​ຕາ​ແສງ​ເກາະ ຊິງ​ໂຕນ ​ໃຫ້ຮູ່ວາ.     

“    ວັນ​ທີ 31 ທັນວາ​ນີ້, ພະນັກງານ​ຕາ​ແສງ ​ແລະ ປະຊາຊົນ​​ໃນທຸກ​ຄອບຄົວ​ລ້ວນ​ແຕ່​ມີ​ຄວາມ​ເບີກບານ​ເມື່ອ​ໄດ້​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ມາ​ຢ້ຽມຢາມ ​ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນດາຄອບຄົວ ​ແລະ ພະນັກງານ​​ໃນຕາ​ແສງ. ນັ້ນ​ແມ່ນ​ຂອງ​ຂວັນ​ທີ່​ລະດົມ​ຈິດ​ໃຈ, ວັດຖຸ​ຊ່ວຍ​ໃຫ້​ພໍ່​ແມ່ນປະຊາຊົນ​ຕ້ອນຮັບ​ບຸນປີ​ໃໝ່​ຢູ່​ເຂດ​​ເກາະ​ຫ່າງ​ໄກ. ຕາງ​ໜ້າ​ໃຫ້ພະນັກງານ​​ໃນຕາ​ແສງ ​ແລະ ​ທຸກ​ຄອບຄົວຂໍຂອບ​ອົກ​ຂອບ​ໃຈ​ຕໍ່​ຄວາມ​ຈິງ​ໃຈ​ຂອງປະຊາຊົນ​ຢູ່ດິນ​ຕໍ່​ແຜນ ” .
ຂ່າວ/ບົດ​ອື່ນ