ກອງ​ປະ​ຊຸມ COP26: ນັກ​ວິ​ທະ​ຍາ​ສາດ​ສາ​ກົນ ຮຽກ​ຮ້ອງ​ໃຫ້​ມີ​ການ​ກະ​ທຳ​ໂດຍ​ດ່ວນ ເພື່ອ​ສະ​ກັດ​ກັ້ນ​​ພາ​ວະ​ໂລກ​ຮ້ອນ

(VOVWORLD) -ມີນັກວິທະຍາສາດສາກົນກ່ວາ 200 ທ່ານ ໄດ້ຮຽກຮ້ອງວ່າ: ໂລກ ຕ້ອງມີການກະທຳໃນທັນທີ ເພື່ອສະກັດກັ້ນພາວະໂລກຮ້ອນ ແລະ ກ່າວເຕືອນວ່າ ການປ່ຽນແປງຂອງດິນຟ້າອາກາດ ອາດຈະກໍ່ຜົນຕາມມາ ທີ່ບໍ່ສາມາດຕ່າວປີ້ນຄືນໄດ້” ໃນຫຼາຍລຸ້ນຄົນ.

ໃນຈົດໝາຍສົ່ງໄປເຖິງ ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ທີ່ພວມດຳເນີນຢູ່ Glasgow (ລາຊະອານາຈັກອັງກິດ), ນັກວິທະຍາສາດສາກົນ ທີ່ຄົ້ນຄ້ວາກ່ຽວກັບດິນຟ້າອາກາດ ໄດ້ເນັ້ນໜັກວ່າ ຕ້ອງມີການກະທຳຢ່າງຮີບດ່ວນ, ຂ້ຽວຂາດ, ວ່ອງໄວ, ຍືນຍົງ ແລະ ໃນຂອບຂະໜາດໃຫຍ່” ເພື່ອຄວບຄຸມພາວະໂລກຮ້ອນ ໃນລະດັບເປົ້າໝາຍ ເຊິ່ງ ສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ປີ 2015 ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ