ກອງປະຊຸມ G7 ໃຫ້ຄຳໝັ້ນສັນຍາພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມທົ່ວໂລກ

(VOVWORLD) - ໝາກຜົນພາຍຫຼັງ 3 ວັນປຶກສາຫາລື, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຍົກອອກບັນດາຄຳໝັ້ນສັນຍາ Toronto

ກອງປະຊຸມ G7 ໃຫ້ຄຳໝັ້ນສັນຍາພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມທົ່ວໂລກ - ảnh 1 ບັນດາເຈົ້າໜ້າທີ່ປະເທດສະມາຊິກ G7

(ພາບ: AFP/TTXVN)

ຕອນບ່າຍວັນທີ 24 ເມສາ, ຕາມເວລາທ້ອງຖິ່ນ, ກອງປະຊຸມ ລັດຖະມົນຕີການຕ່າງປະເທດ ແລະ ຄວາມໝັ້ນຄົງ ກຸ່ມ 7 ພື້ນຖານອຸດສາຫະກຳ ພັດທະນາທີ່ສຸດໃນໂລກ (G7) ໄດ້ສິ້ນສຸດລົງພາຍຫຼັງປະຊຸມມາເປັນເວລາ 3 ວັນ ດ້ວຍເລື່ອງປະກາດບັນດາຄຳໝັ້ນສັນຍາ Toronto ແລະ ຢັ້ງຢືນພ້ອມກັນສົມທົບກັນກະທຳໃນການຮັບມືກັບບັນດາສິ່ງທ້າທາຍລວມທົ່ວໂລກ. ໝາກຜົນພາຍຫຼັງ 3 ວັນປຶກສາຫາລື, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຍົກອອກບັນດາຄຳໝັ້ນສັນຍາ Toronto; ຢັ້ງຢືນຄືນໃໝ່ກ່ຽວກັບຄວາມເຊື່ອໝັ້ນເຂົ້າໃນບັນດາພື້ນຖານເສດຖະກິດເປີດ, ສັງຄົມເປີດ ແລະ ລັດຖະບານເປີດ. ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບຈະສົມທົບກັນສ້າງຂໍ້ສະເໜີເພື່ອຍື່ນສະເໜີຕໍ່ບັນດາການນຳ G7 ໃນກອງປະຊຸມສຸດຍອດຢູ່ Charlevoix ໃນເດືອນ ມິຖຸນາ ຈະມາເຖິງ. ບັນດາຂໍ້ສະເໜີນັ້ນລວມມີ: ການສົມທົບກັນຊຸກຍູ້ອະທິປະໄຕ ແລະ ສະກັດກັ້ນການແຊກແຊງຈາກຕ່າງປະເທດ; ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນອີງໃສ່ຂໍ້ກຳນົດກົດລະບຽບ; ສະກັດກັ້ນການປະທະກັນ ແລະ ໜູນຊ່ວຍບັນດາຄວາມມານະພະຍາຍາມປະຕິຮູບຂອງ ສປຊ…

        ຕາມແຜນການແລ້ວ, ກອງປະຊຸມສຸດຍອດ G7 ຈະຈັດຕັ້ງຢູ່ Charlevoix, ແຂວງ Quebec ໃນວັນທີ 8 – 9 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ