ກອງປະຊຸມ ”ບັນດາເພື່ອນມິດຂອງຊີຮີ”ອອກຖະແຫຼງການຮ່ວມ

ກອງປະຊຸມ ”ບັນດາເພື່ອນມິດຂອງຊີຮີ”ອອກຖະແຫຼງການຮ່ວມ - ảnh 1

ກອງ​ປະຊຸມ ”ບັນດາ​ເພື່ອນ​ມິດ​ຂອງ​ຊີ​ຮີ”ອອກ​ຖະ​ແຫຼ​ງການ​ຮ່ວມ

(ພາບ: AP)

(vovworld) - ວັນ​ທີ 6/7, ກອງ​ປະຊຸມ ”ບັນດາ​ເພື່ອນ​ມິດ​ຂອງ​ຊີ​ຮີ”, ​ເຊິ່ງຈັດ​ຕັ້ງ​ຂຶ້ນ​ຢູ່​ຝລັ່ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕ່າງ​ໜ້າ 100 ປະ​ເທດ, ​ໄດ້ອອກ​ຖະ​ແຫຼ​ງການ​ສຸດ​ທ້າຍ, ຮຽກຮ້ອງ​ໃຫ້​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ມີ​ມະຕິ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ, ບັງຄັບ​ໃຫ້​ຊີ​ຮີ​ ຕ້ອງ​ຮັບ​ຮູ້​ແຜນການ​ມອບ​ໂອນ​ອຳນາດ. ຖະ​ແຫຼ​ງການ​ໄດ້​ຮຽກຮ້ອງ​​ໃຫ້ປະທານາທິບໍດີ​ຊີ​ຮີ ​ທ່ານ Bashar al – Assad ລາອອກ​ຈາກ​ຕຳ  ແຫນ່​ງ. ກອງ​ປະຊຸມ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ດ້ວຍ​ຂະໜາດ​ໃຫຍ່​ໃຫ້​ແກ່​ຝ່າຍ​ຄ້ານ​ຊີ​ຮີ. ຖະ​ແຫຼ​ງການ​ຍັງ​ໃຫ້​ຮູ້​ວ່າ, Maroc ຈະ​ເປັນ​ປະທານ​ຈັດ​ກອງ​ປະຊຸມ ”ບັນດາ​ເພື່ອນ​ມິດ​ຂອງ​ຊີ​ຮີ” ຄັ້ງ​ຕໍ່​ໄປ, ​ໃນ​ນັ້ນ​ອີ​ຕາ​ລີ​ຖະ​ແຫຼ​ງ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ກອງ​ປະຊຸມ​ຄັ້ງ​ຕໍ່​ຈາກ​ນັ້ນ.

ຂ່າວ/ບົດ​ອື່ນ