ກອງປະຊຸມADMM9ອອກຖະແຫຼງການຮ່ວມ

ກອງປະຊຸມADMM9ອອກຖະແຫຼງການຮ່ວມ - ảnh 1
ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ ADMM 9
(ພາບ: Kim Dung-TTXVN)

(vovworld) – ​​ຕອນ​ບ່າຍ​ວັນ​ທີ 16/3, ເມື່ອສິ້ນ​ສຸດກອງ​ປະ​ຊມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 9 (ADMM - 9) ຢູ່ Kuala Lumpur, ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ ໄດ້​ຢັ້ງ​ຢື​ນ​ຄື​ນ​ໃໝ່​ຄຳ​ໝັ້​ນ​ສັນ​ຍາ​ຂອງ ADMM ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ໃນ​ບັນ​ດາ​ປະ​ເທດ ອາ​ຊ​ຽນ ແລະ ກັບ ADMM ເປີດ​ກ້​ວາງ (ADMM+), ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ ໃນ​ທ້າຍ​ປີ 2015. ບັນ​ດາ ລັດ​ຖະ​ມົນ​ຕີ​ວ່າ​ການ​​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ເໝາະ​ສົມ​ກັບ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ຜ່ານ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ ແລະ ຍົກ​ສູງ​ສະ​ຕິ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບັນ​ດາ​ໄພ​ນາບ​ຂູ່​ດັ່ງ​ກ່າວ. ກ່ຽວ​ຂ້ອງ​ເຖິງ​ການ​ໜູນ​ຊ່ວຍ​ມະ​ນຸດ​ສຳ​ທຳ ແລະ ກູ້​ໄພ​ກູ້​ຊີບ, ບັນ​ດາ ລັດ​ຖະ​ມົນ​ຕີ​ວ່າ​ການ​ ຢືນຢັນ​ວ່າ​ການ​ເຄື່ອນ​ໄຫວ​ເຫຼົ່ານີ້​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ເໝາ​ະ​ສົມ​ກັບຫຼັກ​ການ​ຂອງ ອາ​ຊຽນ ກ່ຽວ​ກັບ​ການ​ເຄົາ​ລົບ​ ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ປະ​ເທດ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ບັນ​ດາ ລັດ​ຖະ​ມົນ​ຕີ​ວ່າ​ການ​ ຢັງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ ອາ​ຊຽນ ກ່ຽວ​ກັບ​ການ​ປະ​ຕິ​ບັດ​​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຫຼັກ​ການ 6 ຂໍ້​ຂອງ ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ຖະ​ແຫຼງ​ການ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ - ຈີນ ຄັ້ງ​ທີ 15 ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ DOC ຢ່າງ​ຄົບ​ຖ້ວນ, ມີ​ປະ​ສິດ​ທິ​ຜົນ ແລະ ກຽມ​ພ້ອມ​ມຸ່ງ​ໄປ​ເຖິງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

 


ຂ່າວ/ບົດ​ອື່ນ