ກອງປະຊຸມກ່ຽວກັບການເຊື່ອມໂຍງໃນ ອາຊຽນ

ກອງປະຊຸມກ່ຽວກັບການເຊື່ອມໂຍງໃນ ອາຊຽນ - ảnh 1
ທີ່ກອງ​ປະຊຸມ​ໂຕະ​ມົນ​
( ພາບ: qdnd.vn )

( vovworld ) - ກອງ​ປະຊຸມ​ໂຕະ​ມົນ​ດ້ວຍ​ຫົວ​ຂໍ້ວ່າ “ ​ເພີ​ມທະວີ​ການ​ເຊື່ອມ​ໂຍງ​ໃນ​ອາ​ຊຽນ ຜ່ານ​ການ​ເຈລະຈາ​ໃນ​ຫຼາຍ​ຊ່ອງ​ທາງ ” ຖືກ​ໄຂ​ຂື້ນ​ໃນ​ວັນ​ທີ 7/3 ຢູ່​ນະຄອນຫຼວງ Kuala Lumpur ປະ​ເທດ ມາ​ເລ​ເຊຍ, ດ້ວຍ​ການ​ເຂົ້າຮ່ວມຂອງ​ຜູ້​ຊ່ຽວຊານ, ​ເຈົ້າ​ໜ້າ​ທີ່ ​ແລະ ນັກຮຽນ​ຮູ້​ເກືອບ 80 ທ່ານທີ່​ມາ​ຈາກ​ບັນ​ດາ​ປະ​ເທດອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​​ໄທ ​ແລະ ຫວຽດນາມ. ກອງ​ປະຊຸມ​ໄດ້​ຊຸມ​ໃສ່ປຶກສາ​ຫາລື​ບັນດາ​ຫົວ​ຂໍ້​ຕົ້ນຕໍ​ຄື; ອາ​ຊຽນ​ໃນ​ສາຍພົວພັນ​ກັບ​ການ​ພັດທະນາ​ຂອງ​ຈີນ ​ແລະ ອີນ​ເດຍ ຢູ່​ໃນ​ພາກ​ພື້ນ, ການ​ມີໜ້າ​ຂອງ​ອາ​ເມ​ລິ​ກາ ​ຢູ່​​ໃນພາກ​ພື້ນ, ບັນດາ​ສິ່ງ​ທ້າທາ​ຍ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ການ​ຮັກສາ​ສີສັນ​ວັດ​ທະ​ນະ​ທຳ ​ແລະ ຄຸນຄ່າ​ຂອງ​ອາ​ຊຽນ. ບັນດາ​ກຳລັງໜູນ​ຊຸ​້ກຍູ້​ການ​ຮ່ວມ​ມື​ໃນ​ອາ​ຊຽນ... ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ເຊິ່ງ​ແກ່ຍາວ​ໃນ​ເວລາ​ສອງ​ວັນ, ຕອນ​ບ່າຍ​ວັນ​ທີ 7/3, ທ່ານ ຮ່ວາງ​​ແອງ​ຕ໋ວນ ຫົວໜ້າ​ສະ​ຖາ​ບັນຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ການ​ຕ່າງປະ​ເທດ ​ແລະ ທ່ານ Razali Ismail, ປະທານ​ກຸ່ມຄົ້ນຄວ້າ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ, ​ໄ​ດ້ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ( MoU ) ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ. ​ເອກະສານ​ນີ້​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ຄົ້ນຄວ້າ, ​​ແບ່ງປັນ​ບົດຮຽນລະຫວ່າງ​ບັນດາ​ອົງການ​ຄົ້ນຄວ້າ ​ແລະ ນັກຮຽນ​ຮູ້​ຂອງ​ທັງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ