ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 20 ຢູ່ກຳປູເຈຍ

ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 20 ຢູ່ກຳປູເຈຍ - ảnh 1
ທ່ານ​ນາ​ຍົກ​​ລັດຖະມົນຕີຫວຽດນາມ Nguyen Tan Dung

( vovworld ) – ​ໂດຍ​ໄດ້ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ Sumdec Hunsen, ທ່ານ​ນາ​ຍົກ​​ລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽ​ດນາມ ​ເຂົ້າ​ຮ່ວມກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 20 ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ, ​ແຕ່​ວັນ​ທີ 3 – 4/4/2012. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປຶກສາ​ຫາລື​ຫຼາຍ​ບັນຫາ​ທີ່​ສຳຄັນ, ປະກອບສ່ວນ​ຊຸກຍູ້​ການ​ພົບ​ພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ.

ຂ່າວ/ບົດ​ອື່ນ