ກອງປະຊຸມຂອງ ອາຊຽນ ກ່ຽວກັບ ສະພາບການ ໄທ ແລະ ກຳປູເຈຍ ທີ່ຈະຈັດຂຶ້ນໃນວັນທີ 22 ທັນວາ

(VOVWORLD) - ທ່ານ ອັນວາ ອິບາຮິມ, ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ການນຳຂອງ ໄທ ແລະ ກຳປູເຈຍ ລ້ວນແລ້ວເປັນເອກະພາບຈະເຂົ້າຮ່ວມການປະຊຸມ.
ກອງປະຊຸມຂອງ ອາຊຽນ ກ່ຽວກັບ ສະພາບການ ໄທ ແລະ ກຳປູເຈຍ ທີ່ຈະຈັດຂຶ້ນໃນວັນທີ 22 ທັນວາ - ảnh 1ານ ອັນວາ ອິບາຮິມ, ນາຍົກລັດຖະມົນຕີ ມາເລເຊຍ (ພາບ: REUTERS/Hasnoor Hussain)

ບັນດາລັດຖະມົນຕີກະຊວງການຕ່າງປະເທດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄາດວ່າ ຈະຈັດການປະຊຸມ ຢູ່ນະຄອນຫຼວງກົວລາລຳເປີ ໃນວັນທີ 22 ທັນວາ ເພື່ອຊອກຫາວິທີຫຼຸດຜ່ອນຄວາມເຄັ່ງຕຶງຢູ່  ລຽບຕາມເສັ້ນຊາຍແດນ ໄທ-ກຳປູເຈຍ. ໂດຍຢັ້ງຢືນຂໍ້ມູນນີ້ກັບສື່ມ່ວນຊົນໃນວັນທີ 17 ທັນວາ, ທ່ານ ອັນວາ ອິບາຮິມ, ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ການນຳຂອງ ໄທ ແລະ ກຳປູເຈຍ ລ້ວນແລ້ວເປັນເອກະພາບຈະເຂົ້າຮ່ວມການປະຊຸມດັ່ງກ່າວ, ພ້ອມນັ້ນ ກໍ່ໃຫ້ຮູ້ຕື່ມ ທັດສະນະລວມຂອງ ລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດອາຊຽນ ຈະສວມບົດບາດສຳຄັນໃນການເກ້ຍກ່ອມ ໃຫ້ທັງສອງຝ່າຍ ຫຼຸດຜ່ອນຄວາມເຄັ່ງຕຶງ. ທ່ານ ອັນວາ ໄດ້ເວົ້າວ່າ ໄທ ແລະ ກຳປູເຈຍ ລ້ວນແຕ່ ເຫັນດີເປັນເອກະພາບ ກັບ ກຸ່ມປະເທດສັງເກດການຂອງອາຊຽນ, ໃນນັ້ນ, ທ່ານນາຍົກລັດຖະມົນຕີ ໄທ ແລະ ກຳປູເຈຍ ລ້ວນແຕ່ຫວັງວ່າຈະ ສາມາດບັນລຸວິທີການແກ້ໄຂໂດຍສັນຕິວິທີໄດ້ຍິ່ງໄວກໍຍິ່ງດີ. ທ່ານ ໄດ້ສະແດງຄວາມຫວັງວ່າບັນດາຝ່າຍ ຈະສາມາດບັນລຸໄດ້ຂໍ້ຕົກລົງ ໃນການປະຊຸມວັນທີ 22 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ