ກອງປະຊຸມຄັ້ງທີ 12ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ເບລາຣຸດ

ກອງປະຊຸມຄັ້ງທີ 12ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ເບລາຣຸດ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vietnamplus.vn

(vovworld)-  ​ໃນ​ວັນ​ທີ 26-27/10 ຢູ່ ນະ​ຄອນ Minsk ຂອງ​ປະ​ເທດ ເບ​ລາ​ຣຸດ ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າ​ງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ເບ​ລາ​ຣຸດ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ວິ​ທະ​ຍາ​ສາດ​ເຕັກ​ນິກ. ກອງ​ປະ​ຊຸມ​ດຳ​ເນີນ​ໃນ​ສະ​ພາບ ສອງ​ປະ​ເທດ ພວມ​ກະ​ກຽມ​ໃຫ້​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ Aleksandr Lukashenco ໃນ​ເດືອນ 12/2015 ຈະ​ມາ​ເຖິງ. ທີ່ກອງ​ປະ​ຊ​ຸມ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກ​ຍູ້​ກາ​ນ​ຮ່ວມ​ມື, ເພີ່ມ​ທະ​ວີ​ການ​ດຶງ​ດູດ​ການ​ລົງ​ທຶນ ແລະ ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ທຸ​ລະ​ກິດ​ສອງ​ຝ່າຍ​ເຂົ້າ​ໃນ​ບັນ​ດາ​ໂຄງ​ການ​ຈຸດ​ສຸມ​ຢູ່​ແຕ່​ລະ​ປະ​ເທດໃນ​ຂົງ​ເຂດ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ການກໍ່​ສ້າງ, ການ​ເງິນ ທະ​ນາ​ຄານ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ… ທ່ານ ຮ​ວາງກວກ​ເວື້ອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຖື​ວ່າ: ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ການ​ຄ​້າ​ເສດ​ຖະ​ກິດ ຫວຽດ​ນາມ -ເບ​ລາ​ຣຸດໃຫ້​ແຂງ​ແຮງກວ່າ, ນອກ​ຈາກ ການ​ພົວ​ພັນ​ດ້ານ​ການ​ຄ້າ​ແລ້ວ ຄວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນ​ຂົງ​ເຂດມອບ​ສົ່ງ​ເຕັກ​ໂນ​ໂລ​ຊີ, ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ຜະ​ລິດ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຊື່ງ ເບ​ລາ​ຣຸດ ມີ​ທ່າ​ໄດ້​ປຽບ.

ຕອບກັບ

ຂ່າວ/ບົດ​ອື່ນ