ກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລັດເຊຍ

(VOVWORLD) -ວັນທີ 29 ຕຸລາ, ຢູ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ພ້ອມກັບທ່ານຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ Maksim Akimov ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ.

ກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລັດເຊຍ - ảnh 1 (ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ລົງນາມໃນເອກະສານກອງປະຊຸມຄັ້ງທີ 21

ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສະຫະພັນລັດເຊຍ)

ທີ່ກອງປະຊຸມ, 2 ຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການລະອຽດເພື່ອແນໃສ່ເພີ່ມທະວີການຮ່ວມມືຫວຽດນາມ - ລັດເຊຍ ໃນສະພາບການປະຕິວັດອຸດສາຫະກຳ 4.0, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ, ວິທະຍາສາດ ແລະ ການສຶກສາບຳລຸງສ້າງ… ພິເສດແມ່ນກະສິກຳ, ສິນໃນນ້ຳ, ສິນທະເລ, ຜ່ານນັ້ນຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020. 2 ຝ່າຍເຫັນດີນຳກັນຈະຮັກສາການສົມທົບກັນເປັນປະຈຳ, ຮັບປະກັນການປະຕິບັດເອກະສານກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານ ຢ່າງມີປະສິດທິຜົນ ແລະ ເປັນເອກະພາບດຳເນີນກອງປະຊຸມຄັ້ງຕໍ່ໄປຢູ່ຫວຽດນາມ ໃນປີ 2019.

        ສິ້ນສຸດກອງປະຊຸມ, ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ລົງນາມໃນເອກະສານກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ; ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືບາງສະບັບລະຫວ່າງບັນດາວິສາຫະກິດ ແລະ ອົງການຈັດຕັ້ງຂອງ 2 ປະເທດກ່ຽວກັບທະນາຄານ, ໂທລະຄົມມະນາຄົມ, ການສຶກສາ ແລະ ບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ