ກອງປະຊຸມຍ້ອງຍໍພະນັກງານກຳມະບານຍິງດີເດ່ັນ
ກອງປະຊຸມຍ້ອງຍໍພະນັກງານກຳມະບານຍິງດີເດັ່ນ
ພາບ:internet
|
(vovworld)- ທີ່ກອງປະຊຸມຍ້ອງຍໍພະນັກງານກຳມະບານຍິງດີເດ່ັນ ແລະ ມອບລາງວັນ“ແມ່ຍິງມີຄວາມເກັ່ງກ້າສາມາດ ແລະ ມີຫົວຄິດປະດິດສ້າງ” ໂດຍ ສະຫະພັນໃຫຍ່ແຮງງານຫວຽດນາມ ຈັດຕັ້ງຂຶ້ນໃນຕອນຄຳ່ວັນທີ 24/9 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບໃບຍ້ອງຍໍການອອກແຮງງານທີ່ມີຫົວຄິດປະດິດສ້າງ ໃຫ້ແກ່ 5 ໝູ່ຄະນະ ແລະ 20 ຄົນ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຄົ້ນຄ້ວາ, ໝູນໃຊ້ວິທະຍາສາດເຕັກໂລໂລຊີຮັບໃຊ້ຊີວິດການເປັນຢູ່. ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານກຳມະບານຍິງ 100 ຄົນ ມີຜົນງານດີເດັ່ນໃນການປະຕິບັດ, ປະກອບສ່ວນສ້າງອົງການກຳມະບານໃຫ້ໝັ້ນຄົງເຂັ້ມແຂງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງງອກຕູງ ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ເນັ້ນຫນັກວ່າ: ຍາມໃດສະຫະພັນໃຫຍ່ແຮງງານຫວຽດນາມ ກໍເອົາໃຈໃສ່ເຖິງວຽກງານພະນັກງານຍິງ ແລະ ຖືວ່າ ນີ້ແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນຂອງອົງການກຳມະບານ.