ກອງ​ປະ​ຊ​ຸມ​ທົ່ວ​ປະ​ເທດ​ ສະຫຼຸບ ​3ປີ​ແຫ່ງການ​ປະ​ຕິ​ບັດ​ມະ​ຕິ​ເລກທີ 05

(VOVWORLD) - ພາຍຫຼັງປະຕິບັດມາເປັນເວລາ 3 ປີ, ມະຕິເລກທີ 05 ໄດ້ປະກອບສ່ວນຊຸກຍູ້ວຽກງານປະຕິຮູບລະບຽບບໍລິຫານ, ດັບປັບວິທີເຮັດວຽກຂອງພະນັກງານ, ສະມາຊິກຂອງພັກ.
ກອງ​ປະ​ຊ​ຸມ​ທົ່ວ​ປະ​ເທດ​ ສະຫຼຸບ ​3ປີ​ແຫ່ງການ​ປະ​ຕິ​ບັດ​ມະ​ຕິ​ເລກທີ 05 - ảnh 1 ກອງປະຊຸມທົ່ວປະເທດ ສະຫຼຸບ 3ປີແຫ່ງການປະຕິບັດມະຕິເລກທີ 05 (ພາບ: VGP)

        ຕອນເຊົ້າວັນທີ 20 ສິງຫາ ຢູ່ຮ່າໂນ້ຍ,ຄະນະໂຄສະນາ ແລະ ສຶກສາສູນກາງພັກໄດ້ຈັດຕັ້ງກອງປະຊຸມທົ່ວປະເທດສະຫຼຸບ 3 ປີແຫ່ງການປະຕິບັດເລກທີ 05ຂອງກົມການເມືອງກ່ຽວກັບ “ການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ກິລິຍາທ່າທາງ ຂອງປະທານ ໂຮ່ຈິມີນ.  ກອງປະຊຸມໄດ້ຈັດຕັ້ງໂດຍກົງຜ່ານເຄືອຂ່າຍອິນເຕີແນັດຢູ່ ສະຖານທີ່ 787 ຈຸດ, ລົງຮອດຂັ້ນຕາແສງ, ເມືອງໃນທົ່ວປະເທດ”.

ພາຍຫຼັງປະຕິບັດມາເປັນເວລາ 3 ປີ, ມະຕິເລກທີ 05 ໄດ້ປະກອບສ່ວນຊຸກຍູ້ວຽກງານປະຕິຮູບລະບຽບບໍລິຫານ, ດັບປັບວິທີເຮັດວຽກຂອງພະນັກງານ, ສະມາຊິກຂອງພັກ. ມີຫຼາຍອົງການ, ຫົວໜ່ວຍໄດ້ນຳເນື້ອໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ກິລິຍາທ່າທາງຂອງປະທານ ໂຮ່ຈິມີນເຂົ້າໃນການເຄື່ອນໄຫວຂອງໜ່ວຍພັກ ປະກອບສ່ວນເຂົ້າໃນການກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສແລະ ໝັ້ນຄົງເຂັ້ມແຂງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງພັກຢັ້ງຢືນວ່າ:

        ພາຍໃຕ້ການຊີ້ນຳ, ນຳພາຂອງກົມການເມືອງເປັນປະຈຳ, ຄະນະເລຂາທິການ, ຄະນະພັກທຸກຂັ້ນ, ຜູ້ນຳ, ການນຳອຳນາດການປົກຄອງແມ່ນປັດໄຈສຳຄັນພິເສດ ເພື່ອນຳມະຕິ ເລກທີ 05 ເຂົ້າຊີວິດ, ບັນລຸປະສິດທິຜົນ. ບົດບາດຂອງຄະນະພັກທຸກຂັ້ນ, ຂອງສະຫາຍເລຂາທຸກຂັ້ນ ແລະ ຜູ້ນຳທ້ອງຖິ່ນ, ອົງການ, ໜ່ວຍງານຕ້ອງມີລັກສະນະຕັດສິນໃນທັງສອງດ້ານ: ຊີ້ນຳ, ນຳພາ, ຈັດຕັ້ງການປະຕິບັດຕ້ອງມີຄວາມຕັດສິນໃຈ, ຢຶດໝັ້ນ, ດ້ານອື່ນ, ຕ້ອງຖືຕົນເອງເປັນແບບຢ່າງທີ່ດີ, ນຳໜ້າ, ຕື່ນຕົວປະຕິບັດຕາມປະທານໂຮຈິມີນໃນວຽກງານຢ່າງລະອຽດ ແລະ ໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ