ກອງປະຊຸມທົ່ວປະເທດກ່ຽວກັບລາຍການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” ໄລຍະ 2018 – 2020

(VOVWORLD) - ນີ້ແມ່ນລາຍການພັດທະນາເສດຖະກິດເຂດຊົນນະບົດຕາມທິດພັດທະນາກຳລັງພາຍໃນ ແລະ ມູນຄ່າເພີ່ມ; ແມ່ນມາດຕະການ, ໜ້າທີ່ສຳຄັນໃນການຜັນຂະຫຍາຍປະຕິບັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່.
ກອງປະຊຸມທົ່ວປະເທດກ່ຽວກັບລາຍການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” ໄລຍະ 2018 – 2020 - ảnh 1 ກອງປະຊຸມຈັດຕັ້ງໃນວັນທີ 14 ຫໍລະກົດ

ກອງປະຊຸມທົ່ວປະເທດກ່ຽວກັບລາຍການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” ໄລຍະ 2018 – 2020 ໄດ້ຈັດຕັ້ງຂຶ້ນໃນວັນທີ 14 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ເພື່ອແນໃສ່ຜັນຂະຫຍາຍລາຍການ ໜຶ່ງຕາແສງໜຶ່ງຜະລິດຕະພັນ, ໄລຍະ 2018 – 2020 (OCOP).

        ນີ້ແມ່ນລາຍການພັດທະນາເສດຖະກິດເຂດຊົນນະບົດຕາມທິດພັດທະນາກຳລັງພາຍໃນ ແລະ ມູນຄ່າເພີ່ມ; ແມ່ນມາດຕະການ, ໜ້າທີ່ສຳຄັນໃນການຜັນຂະຫຍາຍປະຕິບັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ OCOP ແມ່ນມາດຕະການສຳຄັນໃຫ້ແກ່ການສ້າງໂຄງປະກອບຜະລິດກະສິກຳຄືນໃໝ່, ພັດທະນາການຜະລິດ ແລະ ກໍ່ສ້າງຊົນນະບົດໃໝ່, ເປັນກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.

        ສຳລັບ OCOP ແລ້ວ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຊື່ອໝັ້ນວ່າ ຈະມີຜົນກະທົບຢ່າງແຮງເຖິງເຄື່ອງໝາຍການຄ້າ, ຄຸນນະພາບສິນຄ້າ, ການບໍລິການກະສິກຳ ຫວຽດນາມ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ໃນການຜະລິດບັນດາຜະລິດຕະພັນ OCOP ຕ້ອງເສີມຂະຫຍາຍລັກສະນະມີຫົວຄິດປະດິດສ້າງຂອງແຕ່ລະເຂດຊຸມຊົນ, ປະຊາຊົນແຕ່ລະຄົນໃນສະພາບແວດລ້ອມເສດຖະກິດການຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ