ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຕິດ​ຕາມກວດ​ກາ​ຂອງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ປີ 2023

(VOVWORLD) -ຕອນເຊົ້າວັນທີ 27 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມຜັນຂະຫຍາຍໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2023, ເຊື່ອມຕໍ່ທາງໄກກັບ 49 ຄະນະສະມາຊິກສະພາແຫ່ງຊາດບັນດາແຂວງ, ນະຄອນ.
ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຕິດ​ຕາມກວດ​ກາ​ຂອງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ປີ 2023 - ảnh 1ກອງປະຊຸມຜັນຂະຫຍາຍໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2023 (ພາບ: TTXVN)

ກອງປະຊຸມເພື່ອແນໃສ່ຕີລາຄາສັງລວມ ສະພາບການຜັນຂະຫຍາຍໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ປີ 2022 ແລະ ຜັນຂະຫຍາຍບັນດາເນື້ອໃນຂຶ້ນກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ປີ 2023. ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບບັນດາເນື້ອໃນຄື: ຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ໃນການຜັນຂະຫຍາຍປະຕິບັດໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ປີ 2022, ວິທີການຜັນຂະຫຍາຍໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ປີ 2023 ຢ່າງມີປະສິດທິຜົນ, ສະເໜີບັນດາວິທີການຍົກສູງຄຸນນະພາບ, ປະສິດທິຜົນໃນການປະຕິບັດ 4 ຫົວເລື່ອງ ຕິດຕາມກວດກາຂອງ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ລວມມີ: “ການລະດົມ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງກຳລັງຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19, ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການແພດພື້ນຖານ, ການແພດສຳຮອງ”, “ການຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດ ວ່າດ້ວຍບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່ໄລຍະ 2021 – 2025, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025, ພັດທະນາເສດຖະກິດ - ສັງຄົມເຂດພ່ໍແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 - 2030”. ກອງປະຊຸກໍ່ຍົກອອກບັນດາວິທີການຍົກສູງປະສິດທິຜົນວຽກງານສົມທົບກັນເຄື່ອນໄຫວດຳເນີນການຕິດຕາມກວດກາ, ເປັນຕົ້ນແມ່ນການເຄື່ອນໄຫວຂອງການຕິດຕາມກວດກາຫົວເລື່ອງສະເພາະ, ການສຳຫຼວດຂອງສະພາຊົນເຜົ່າ…

ຕອບກັບ

ຂ່າວ/ບົດ​ອື່ນ