ກອງປະຊຸມປະຈຳເດືອນ 10 ຂອງລັດຖະບານ

ກອງປະຊຸມປະຈຳເດືອນ 10 ຂອງລັດຖະບານ - ảnh 1
ກອງປະຊຸມປະຈຳເດືອນ 10 ຂອງລັດຖະບານ
(ພາບ: VGP)

(vovworld) - ​ທີ່ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 10 ຂອງ​ລັດ​ຖະ​ບານ, ເຊິ່ງ​ຖື​ກ​ດຳ​ເນີນ​ໃນ​ວັນ​ທີ 29/10, ຢູ່​ຮ່າ​ໂນ​້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ, ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໄຕ​ມາດ​ທີ 3 ພຽງ​ບັນ​ລຸ 5,93%. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳ​ລັບ​ຄາດ​ໝາຍ​ເຕີບ​ໂຕ 6,3 ຫາ 6,5% ຂອງ​ທັງ​ປີ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ດ້ວຍ​ຈ​ິດ​ໃຈ​ຕັດ​ສິນ​ໃຈ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ດັ່ງ​ກ່າວ​ໃຫ້​ໄດ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້​ນຳ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ໃຫ້​ໄຕ​ມາດ​ທີ 4 ປີ 2016 ບັ​ນ​ລຸ​ການ​ເຕີບ​ໂຕ​ແຕ່ 7,1 ຫາ 7,3%.

        “ຕົວ​ເລກ​ການ​ເຕີບ​ໂຕ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຄາດ​ໝາຍ​ອື່ນ, ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​ໜີ້​ສາ​ທາ​ລະ​ນະ ຖ້າ​ຫາກ​ພວກ​ເຮົາ​ບໍ່​ບັນ​ລຸ​ໄດ້​ຕົວ​ເລກ​ກ່ຽວ​ກັບ​ການ​ເຕ​ີບ​ໂຕ​ຢ່າງ​ສຸດ​ຂີນ. ສະ​ນັ້ນ, ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຕ້ອງ​ປຶກ​ສາ​ຫາ​ລື​ຢ່າງ​ເລິກ​ເຊິ່ງກວ່າ, ລະ​ອຽດ​ກວ່າ ເພື່ອ​ມີ​ມາດ​ຕະ​ການ​ແກ້​ໄຂ​ ຮັບ​ປະ​ກັນ​ບັນ​ລຸ​ການ​ເຕີບ​ໂຕ​ທີ່​ໄດ້​ວາງ​ອອກ ແມ່ນ​ແຕ່ 6,3 ຫາ 6,5% ໃຫ້​ທັງ​ປີ. ໃນ​ນັ້ນ​ມີ​ມາດ​ຕະ​ການ​ປ່ອຍ​ເງິນ​ລົງ​ທຶນ”.

        ກ່ຽວ​ກັບ​ຈຸດ​ໝາຍ​ໄ​ພ​ເງິນ​ເຟີ້​ຂອງ​ທັງ​ປີ ບໍ່​ເກີນ 5%, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ນຳ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຕ້ອງ​ມີ​ມາດ​ຕະ​ການ​ຄວບ​ຄຸມ, ບໍ່​ປະ​ໃຫ້​ເກີດ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ລື່ນ​ກາຍ​ຄາດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດມອບ​ໝາຍ​ໃຫ້, ຮັບ​ປະ​ກັນ​ມະ​ຫາ​ພາກ.

    ກ່ຽວ​ກັບ​ໝາກ​ຜົນ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ໃນ​ເດືອນ 10, ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ວ່າ, ລັດ​ຖະ​ບ​ານ​ໄດ້​ຈັດ​​ຕັ້ງເຫດ​ການ​ທາງ​ການ​ທູດ​ໃຫຍ່ກວ່​າ​ໝູ່​ໃນ​ປີ​ຢ່າງສຳ​ເລັດ​​ ນັ້ນ​ແມ່ນ 3 ກອງ​ປະ​ຊຸມ​ສາ​ກົນ​ຄື: ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ກອງ​ປະ​ຊຸມ​ສຸດຍອດ​ຮ່ວມ​ມື​ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນາມ ຄັ້ງ​ທີ 8 ແລະ ກອງ​ປະ​ຊຸມ​​ສຸດຍອດ​ຮ່ວມ​ມື​ກຳ​ປູ​ເຈຍ - ອາ​ເຢ​ຢາ​ວາ​ດີ - ເຈົ້າ​ພະ​ຍາ - ແມ່​ຂອງ ຄັ້ງ​ທີ 7. ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນວຽກ​ງານ​ຈັດ​ຕ​ັ້ງ, ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ໃນ​ພາກ​ພື້ນ ແລະ ສາ​ກົນ, ສ້າງ​ຄວາມ​ປະ​ທັບ​ໃຈ​ສຳ​ລັບ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ຂໍ້​ລິ​ເລ​ີ່ມ​ຂອງ​ຫວຽດ​ນາມ ໃນ​ວິ​ວັດ​ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ, ນີ້​ແມ່ນ​ບັນ​ດາ​ບົດ​ຮຽນ​ທີ່​ດີເພື່ອ​ໃຫ້​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ APEC 2017 ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ