ກອງປະຊຸມລັດຖະມົນຕີການຕ່າງ ປະເທດ G-8 ອອກຖະແຫຼງການຮ່ວມ ກ່ຽວກັບ ສປປເກົາຫຼີ ແລະ ຊີຣີ

ກອງປະຊຸມລັດຖະມົນຕີການຕ່າງ ປະເທດ G-8 ອອກຖະແຫຼງການຮ່ວມ ກ່ຽວກັບ ສປປເກົາຫຼີ ແລະ ຊີຣີ - ảnh 1

ບັນຫາ​ ສປປ ເກົາ​ຫຼີ- ຄວາມ​ສົນ​​ໃຈຂອງ​ກອງ​ປະຊຸມ

ລັດຖະມົນຕີການ​ຕ່າງປະ​ເທດ G-8

(ພາບ: hanoimoi.com.vn)

(vovworld)- ​ວັນ​ທີ 11/4, ກອງປະຊຸມລັດຖະມົນຕີການ​ຕ່າງປະ​ເທດກຸ່ມບັນດາປະເທດອຸດສາຫະກຳອັນດັບໜຶ່ງ (G-8) ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ​ໂດຍ​ຊີ້​ແຈ້ງ​ຫຼັກໝັ້ນກ່ຽວ​ກັບ​ບັນຫາ ສປປ​ເກົາຫຼີ ແລະ ຊີຣີ. ກ່ຽວ​ກັບ​ບັນຫາ ສປປ​ເກົາຫຼີ, ບັນດາ​ທ່ານລັດຖະມົນຕີການ​ຕ່າງປະ​ເທດ G-8 ​ໄດ້​ຊຸກຍູ້ ສປປ​ເກົາຫຼີ ຕ້ອງ​“ລະງັບ​​ໃຈ“ ເພື່ອຫລີກ​ລ້ຽງ​ບັນດາ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ກ່າວ​ເຕືອນ​ວ່າ: ບັນດາ​ປະ​ເທດ G-8 ຈະ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ​ຖ້າ​ຫາກ​ວ່າ ພຽງ​ຢາງ ສືບ​ຕໍ່​ດຳ​ເນີນ​ການ​ຍິງ​ທົດ​ລອງ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟຄັ້ງຕ່າງໆ.

   ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ຊີຣີ,  ບັນດາ​ທ່ານລັດຖະມົນຕີການ​ຕ່າງປະ​ເທດ G-8 ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ຈຳນວນ​ຜູ້​ເສຍ​ຊີວິດ​ຢູ່ຊີຣີ ​ໄດ້​ເພີ່ມ​ຂຶ້ນ​​ເຖິງ​ກ່ວາ 70.000 ​ຄົນແລ້ວ. ຖະ​ແຫຼ​ງການ​ຂອງ G-8 ຊຸກຍູ້​ທຸກໆ​ປະ​ເທດ ຈົ່ງ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ອຸປະຖຳ​ໃຫ້​ແກ່​ປະຊາຊົນ​ຊີຣີ ພ້ອມ​ທັງ​ຢືນຢັນ​ຄືນ​ໃໝ່​ການ​ສະໜັບສະໜູນ​ທີ່​ມີ​ຕໍ່​ທ່ານ​ທູດ​ພິ​ເສດ​ລວມຂອງ ສປຊ-ສະຫະພັນ​ອາຣັບ Lakhdar Brahimi ​ໃນ​ຄວາມ​ມານ​ພະຍາຍາມ​ຊອກ​ຫາ​ວິວັດ​ການ​ມອບ​ໂອນ​ດ້ານ​ການ​ເມືອງ​ຢູ່​ຮີຣີ, ຊ່ວຍ​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ໄດ້​​ແກ່​ຍາ​ວຮອດ​ປີ​ທີ 3 ​ແລ້ວ.

ຂ່າວ/ບົດ​ອື່ນ