ກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ, ລັດເຊຍ, ອິນເດຍ ອອກຖະແຫຼງການຮ່ວມ

ກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ, ລັດເຊຍ, ອິນເດຍ ອອກຖະແຫຼງການຮ່ວມ - ảnh 1
ກອງປະຊຸມລັດຖະມົນຕີການຕ່າງປະເທດ
ຈີນ, ລັດເຊຍ, ອິນເດຍ ອອກຖະແຫຼງການຮ່ວມ
(ພາບ: TTXVN)


(vovworld) – ກອງ​ປະຊຸມ​ຄັ້ງ​ທີ 13 ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດຈີນ, ລັດ​ເຊຍ ​ແລະ ອິນ​ເດຍ ດຳ​ເນີນ​ໄປ​ຢູ່​ປັກ​ກິ​ງ ​ໃນ​ວັນ​ທີ 02/02. ສິ້ນ​ສຸດ​ກອງ​ປະຊຸມ 3 ຝ່າຍ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ລວມມີ 30 ຂໍ້. ຖະ​ແຫຼ​ງການ​ຊີ້​ແຈ້ງ​ວ່າ, ບັນດາ​ປະ​ເທດ​ມີ​ຜົນ​ສະທ້ອນ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ສາກົນ ​ທັງແມ່ນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ, ຈີນ, ລັດ​ເຊຍ ​ແລະ ອິນ​ເດຍ ຕ້ອງ​ປະຕິບັດ​ຕາມ​ຈິດ​ໃຈ​ເປີດ​ປະຕູ, ສາມັກຄີ, ​ເຂົ້າ​ໃຈ ​ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ບັນດາ​ບັນຫາ​ສາກົນ… ຖະ​ແຫຼ​ງການ​ກໍ່​ຢືນຢັນ​ຄືນ​ໃໝ່​ວ່າ 3 ປະ​ເທດ ຢືດໝັ້ນ​ສະ​ໜັບ​ສະ​ໜູນ​ສະຫະ​ປະຊາ​ຊາດ​ເຊິ່ງ​ແມ່ນ​ອົງການ​​ຫຼາຍ​ຝ່າຍ​ທີ່​ໄດ້ຊ່ວຍ​ເຫຼືອປະຊາ​ຄົມ​ສາກົນ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ຄວາ​ມປອດ​ໄພ​ສາກົນ​, ຊຸກຍູ້​ເພື່ອ​ພ້ອມ​ກັນ​ພັດທະນາ, ປົກ​ປ້ອງສິດທິ​ມະ​ນຸດ. ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ 3 ປະ​ເທດ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ພ້ອມ​ກັນ​ມານະ​ພະຍາຍາມ​ຊອກ​ຫາ​ຄວາມ​ສະຫງົບ​ປອດ​ໄພລວມ, ຮ່ວມ​ມື ​ແລະ ໝັ້ນຄົງ.
ຂ່າວ/ບົດ​ອື່ນ