ກອງປະຊຸມລັດຖະມົນຕີພະລັກງານG7ປຶກສາຫາລືກ່ຽວກັບການຊຸກຍູ້ການລົງທຶນ

ກອງປະຊຸມລັດຖະມົນຕີພະລັກງານG7ປຶກສາຫາລືກ່ຽວກັບການຊຸກຍູ້ການລົງທຶນ - ảnh 1
ກອງປະຊຸມລັດຖະມົນຕີພະລັກງານ G7
ປຶກສາຫາລືກ່ຽວກັບການຊຸກຍູ້ການລົງທຶນ
(ພາບ: Kyodo/TTXVN)


(vovworld) - ວັນ​ທີ 01/05, ບັນ​ດາ​ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ​ຂອງ​ກຸ່ມ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (G 7) ເລີ່​ມ​ຕົ້ນ​ດຳ​ເນີນກອງ​ປະ​ຊຸມ​ທີ່​ແກ່​ຍາວ​ເປັນ​ເວ​ລ​າ 2 ວັນ, ຢູ່​ນະ​ຄອນ Kitakyushu, ແຂວງ Fukuoka, ປະ​ເທດ​ຍີ່​ປຸ່ນ, ເພື່ອ​ປຶກ​ສາ​ກາ​ລື​ກ່ຽວ​ກັບ​ການ​ຊຸກຍ​ູ້​ການ​ລົງ​ທຶນເຂົ້າ​ໃນ​ການ​ຜະ​ລິດ, ພື້ນ​ຖານ​ໂຄງ​ລ່າງ ແລະ ເຕັກ​ໂນ​ໂລ​ຊີ ເພ​ື່ອ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ​ຢ່າງ​ໝັ້ນ​ຄົງ. ກອງ​ປະ​ຊຸມໄດ້​ປຶກ​ສາ​ຫາ​ລື​ວິ​ທີ​ແກ້​ໄຂ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວກ​ັບ​ການ​ຫຼຸດ​ຜ່ອນ​ລາຍ​​ຈ່າຍ​ໃນ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ ອາດ​ພາ​ໄປ​ເຖິງ​ການ​ຫຼຸດ​ຜ່ອນ​ແຫຼ່ງ​ສະ​ໜອງ ແລະ ເຮັດ​ໃຫ​້​ລາ​ຄາເຊື້ອ​ເພິງ​ຖືກ​ເພີ່ມ​ຂຶ້ນ​ໃນ​ອະ​ນາ​ຄົດ.

        ໝາກ​ຜົນ​ການ​ເຈ​ລະ​ຈາ​ຈະ​ໄດ້​ພິ​ຈາ​ລະ​ຈາ​ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ຂອງກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີ G 7, ຄາດ​ວ່າ ຈະ​ຖືກ​ຈັດ​ຂຶ້​ນ​ໃນ​ທ້າຍ​ເດືອນ 05 ຈະ​ມາ​ເຖິງ​ຢູ່ Ise – Shima, ປະ​ເທດ​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ