ກອງປະຊຸມວິສາຫະກິດພິເສດອາຊຽນ-ອົດສະຕາລີ

(VOVWORLD) -ວັນທີ 16 ມີນາ, ໃນຂອບເຂດກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ, ກອງປະຊຸມວິສາຫະກິດພິເສດອາຊຽນ - ອົດສະຕາລີ ໄດ້ດຳເນີນຢູ່ນະຄອນ Sydney, ລັດ New South Wales, ປະເທດອົດສະຕາລີ.

ກອງປະຊຸມວິສາຫະກິດພິເສດອາຊຽນ-ອົດສະຕາລີ - ảnh 1 ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ

(ພາບ: TTXVN)

ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ໄດ້ເປັນປະທານກອງປະຊຸມ.

        ກ່າວຄຳເຫັນໃນວາລະປະຊຸມຕອນໃນເຊົ້າ, ທ່ານນາຍົກລັດຖະມົນຕີ Turnbull ໃຫ້ຂໍ້ສັງເກດວ່າ ການຈັດຕັ້ງກອງປະຊຸມຄັ້ງນີ້ຈະສະແດງໃຫ້ໂລກເຫັນວ່າ ອາຊຽນ ແລະ ອົດສະຕາລີ ນັບມື້ນັບຫຍັບມໍ່ເຂົ້າກັນກວ່າ, ພ້ອມກັນແບ່ງປັນແນວຄວາມຄິດ, ວຽກງານ ແລະ ເຕັກໂນໂລຊີໃໝ່ ເພື່ອຜົນປະໂຫຍດລວມ. ທ່ານ Turnbull ໄດ້ຮຽກຮ້ອງໃຫ້ບັນດາການນຳອາຊີ ຊຸກຍູ້ການເປີດກວ້າງຂອງພັນທະມິດການຄ້າຢູ່ພາກພື້ນ, ໂດຍສະເພາະແມ່ນເມື່ອລັດທິອາລັກຂາພວມນັບມື້ນັບເພີ່ມທະວີການສົ່ງຜົນສະທ້ອນໃນໂລກ.

        ພາຍຫຼັງບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໃຫ້ຮູ້ວ່າ, ສິງກະໂປ ພ້ອມແລ້ວທີ່ຈະໜູນຊ່ວຍອົດສະຕາລີ ເພີ່ມທະວີການຮ່ວມສຳພັນກັບອາຊຽນ, ນຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ນັບໃກ້ກັບໂລກກວ່າ.

        ຜ່ານກອງປະຊຸມ, ບັນດາການນຳວິສາຫະກິດແຖວໜ້າ, ບັນດານັກສົ່ງອອກໃຫຍ່… ຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຈະມີກາລະໂອກາດໄດ້ພົບປະ, ແບ່ງປັນບົດຮຽນ ແລະ ວິໄສທັດຍຸດທະສາດກັບບັນດາວິສາຫະກິດອົດສະຕາລີ ຕື່ມອີກ, ກໍຄືພ້ອມກັນຊອກຫາຄູ່ຮ່ວມມື ເປີດກວ້າງກາລະໂອກາດສົ່ງອອກສິນຄ້າໄປຍັງຕະຫຼາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ