ກອງປະຊຸມສຸດຍອດ MICE ທົ່ວໂລກ 2025 ຢູ່ ມົດສະກູ - ສະຖານທີ່ເຕົ້າໂຮມຂອງບັນດານັກຊ່ຽວຊານໃນຂະແໜງ MICE
(VOVWORLD) - ຈຸດສຸມຂອງກອງປະຊຸມ MICE ທົ່ວໂລກ 2025 ແມ່ນວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ຂະແໜງ MICE.
ກອງປະຊຸມສຸດຍອດ ການທ່ອງທ່ຽວປະສານສົມທົບເຫດການ ແລະ ການດຳເນີນທຸລະກິດ (MICE) ທົ່ວໂລກ 2025 (ພາບ: VOV5) |
ວັນທີ 17 ທັນວາ, ກອງປະຊຸມສຸດຍອດ ການທ່ອງທ່ຽວປະສານສົມທົບເຫດການ ແລະ ການດຳເນີນທຸລະກິດ (MICE) ທົ່ວໂລກ 2025 ໄດ້ໄຂຂຶ້ນ ຢູ່ນະຄອນຫຼວງ ມົດສະກູ, ຢູ່ສະຫະພັນ ລັດເຊຍ. ດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ການເຕີບໂຕທົ່ວໂລກ”, ໃນສອງວັນເຮັດວຽກ, ບັນດາຜູ້ແທນໄດ້ພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາຂອງ MICE. ຈຸດສຸມຂອງກອງປະຊຸມ MICE ທົ່ວໂລກ 2025 ແມ່ນວາລະປະຊຸມຄົບຄະນະດ້ວຍຫົວຂໍ້ “ສາມັກຄີກັນ ຜ່ານການເປີດເຜີຍໃຈທີ່ເປັນຫຼາຍຮູບແບບ: ໂອກາດໃໝ່ໃຫ້ແກ່ຂະແໜງ MICE. ຢູ່ວາລະປະຊຸມ, ບັນດາຜູ້ແທນສອງນະຄອນທ່ອງທ່ຽວແຖວໜ້າ ຂອງສະຫະພັນ ລັດເຊຍແມ່ນ Moscow, Saint Peterburg ແລະ ບັນດາຜູ້ແທນສາກົນ ໄດ້ພ້ອມກັນປຶກສາຫາລືກ່ຽວກັບສະພາບການປັດຈຸບັນ ແລະ ແງ່ຫວັງຂອງຂະແໜງ MICE ໃນບັນດາປະເທດ BRICS ແລະ ຢູ່ຂົ້ວໃຕ້ໜ່ວຍໂລກ, ບັນດາໂອກາດໃໝ່ເປີດອອກຈາກການຮ່ວມມືສາກົນ ໂດຍອີງຕາມຄວາມເຄົາລົບວັດທະນະທຳ ແລະ ຄວາມເປັນຫຼາຍຮູບຫຼາຍແບບໃນການດຳເນີນທຸລະກິດ.