ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ
ຫາກໍພົ້ນເດັ່ນແຖວໜ້າໂລກ (G - 20) ຄັ້ງທີ 10
(ພາບ: AFP/TTXVN)
(vovworld) - ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G - 20) ຄັ້ງທີ 10 ໄຂຂຶ້ນໃນວັນທີ 15/11 ຢູ່ນະຄອນ Antalya ປະເທດ ຕວກກີ. ກ່ອນເວລາໄຂກອງປະຊຸມ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ປະທານກອງປະຊຸມຖະແຫຼງການ G – 20 ປີນີ້ ໄດ້ສົ່ງສານຄັດຄ້ານລັດທິກໍ່ການຮ້າຍຢ່າງແຂງແຮງ.
ໃນຮ່າງຖະແຫຼງການຂອງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G – 20) ຢູ່ ຕວກກີ, ການນຳບັນດາປະເທດນີ້ ໄດ້ກ່າວເຕືອນກ່ຽວກັບການປະກົດ “ມືປືນກໍ່ການຮ້າຍຕ່າງປະເທດ” ນັບມື້ນັບມີຫລາຍ. ບັນດາການນຳໃນ G – 20 ຢືນຢັນວ່າ: ຈະແບ່ງປັນຂໍ້ມູນຂ່າວສືບລາຊະການລັບ, ຕິດຕາມບັນດາດ່ານຊາຍແດນ ແລະ ເພີ່ມທະວີຄວາມສະຫງົບປອດໄພທາງການບິນ ເພື່ອສະກັດກັ້ນ “ພວກກໍ່ການຮ້າຍ” ທີ່ຍົກຍ້າຍແຕ່ປະເທດນີ້ໄປສູ່ປະເທດອື່ນ.