ກອງປະຊຸມສຸດຍອດລັດເຊຍ-ອາເມລິກາຈະປຶກສາຫາລືກ່ຽວກັບແຜນການຂອງອາເມລິກາຖອນຕົວອອກຈາກ INF

(VOVWORLD) -ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ຢາກປຶກສາຫາລືກັບຄູ່ຕຳແໜ່ງອາເມລິກາ Donald Trump ກ່ຽວກັບແຜນການຂອງອາເມລິກາ ທີ່ຖອນຕົວອອກຈາກສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ເມື່ອການນຳ 2 ທ່ານພົບປະຢູ່ນະຄອນຫຼວງປາຣີ, ປະເທດຝລັ່ງ ໃນເດືອນ ພະຈິກ ຈະມາເຖິງ.

ວັນທີ 29 ຕຸລາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ຊີ້ແຈ້ງວ່າ, ຍັງມີຫຼາຍບັນຫາທີ່ກ່ຽວຂ້ອງເຖິງຄວາມສະຖຽນລະພາບທາງດ້ານຍຸດທະສາດ, ໂດຍສະເພາະໃນສະພາບອາເມລິກາ ຖະແຫຼງມີແນວຄວາມຄິດຖອນຕົວອອກຈາກ INF. ທຸກສິ່ງດັ່ງກ່າວແນ່ນອນວ່າຈະນອນໃນໂຄງການດຳເນີນງານ.

ຕອບກັບ

ຂ່າວ/ບົດ​ອື່ນ