ທ່ານປະທານປະເທດ ໂຕເລິມ ເດີນທາງຮອດ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຮອດສະໜາມບິນສາກົນ ພະນົມເປັນ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 12 – 13 ກໍລະກົດ
ທ່ານປະທານປະເທດ ໂຕເລິມ ເດີນທາງຮອດ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ - ảnh 1(ທ່ານປະທານປະເທດ ໂຕເລິມ ໄດ້ໄປຮອດສະໜາມບິນສາກົນ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ)

        ຕອນບ່າຍວັນທີ 12 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຮອດສະໜາມບິນສາກົນ ພະນົມເປັນ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 12 – 13 ກໍລະກົດ, ຕາມຄຳເຊີນຂອງພະບາດສົມເດັດພະບໍລົມມະນຽດມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ.

        ຄາດວ່າ, ໃນໄລຍະຢູ່ຢ້ຽມຢາມ, ທ່ານປະທານປະເທດ ໂຕເລິມ ຈະພົບປະເຈລະຈາກັບພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni; ພົບປະເຈລະຈາກັບປະທານພັກ CPP, ທ່ານປະທານສະພາສູງ Hun Sen; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Hun Manet; ເຈລະຈາກັບທ່ານປະທານສະແຫ່ງຊາດ Khuon Sudary; ເຂົ້າຮ່ວມງານລ້ຽງລະດັບຊາດໂດຍພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ເປັນເຈົ້າ; ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ແລະ ມີການເຄື່ອນໄຫວສຳຄັນຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ