ກອງປະຊຸມສະຫຼຸບການບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດ

ກອງປະຊຸມສະຫຼຸບການບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/07, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນ​ເຍີນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຜ່ານ​ເຄືອ​ຄ່າຍອີນ​ເຕີ​ແນ​ດທົ່ວ​ປະ​ເທດ ສະຫຼຸບ 3 ປີ​ແຫ່ງ​ການ​ປະຕິບັດ​ການ​ບຳລຸງ​ສ້າງ​ວິຊາຊີບໃຫ້​ແກ່​ຄົນ​ງານ​ຊົນນະບົດ​ຕາມ​ແຜນ​ຮ່າງ 1956 ຂອງ​ນາຍົກລັດຖະມົນຕີ. ບົດລາຍ​ງານ​ຂອງ​ຄະນະ​ຊີ້​ນຳ​ການ​ປະຕິບັດ​ແຜນ​ຮ່າງ​ໃຫ້​ຮູ້​ວ່າ: ​ໃນ 3 ປີຜ່ານມາ, ບັນດາ​ແຂວງ, ນະຄອນ ​ໃນ​ທົ່ວ​ປະ​ເທດ ​ໄດ້​ໜູນ​ຊ່ວຍ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານຊົນນະບົດ​ໄດ້​​ກວ່າ 1 ລ້ານ​ຄົນ, ບັນລຸ​ເກືອບ 80% ​ແຜນການ. ຍອດ​ຈຳນວນ​ເງິນທີ່​ສະຫງວນ​ໃຫ້​ແກ່​ການ​ບຳລຸງ​ສ້າງ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ເກືອບ 4.800 ຕື້​ດົງ, 70% ຈຳນວນ​ຄົນ​ງານ​ຜ່ານ​ການ​ບຳລຸງ​ສ້າງ ​ໄດ້​ມີ​ວຽກ​​ເຮັດ​ງານ​ທຳ. ບົດ​ລາຍ​ງານ​ກໍ​ໃຫ້​ຮູ້​ວ່າ, ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີ​ສູນ​ບຳລຸງ​ສ້າງວິຊາ​ຊີບສັງກັດ​ລັດ​ຂັ້ນເມືອງ 400 ​ແຫ່ງ ​ແລະ ​ໂຮງຮຽນອາຊີວະ​ຊັ້ນ​ກາງ128 ແຫ່ງ​ມີ​ຄົນ​ງານ​ຊົນນະບົດ. ​ແຕ່​ນີ້​ຮອດ​ປີ 2015, ​ໂຄງການ ຈະ​ບຳລຸງ​ສ້າງ​​ວິຊາ​ຊີບ​ໃຫ້​ຄົນ​ງານຊົນນະບົດ 2 ລ້ານ​ຄົນ, ສູ້​ຊົນ​ມີ​ກວ່າ 70% ​ໃນ​ຈຳນວນ​ດັ່ງກ່າວ​ມີ​ວຽກ​ເຮັດ​ງານ​ທຳ.
ຂ່າວ/ບົດ​ອື່ນ