ກອງປະຊຸມສ້າງໂຄງ ປະກອບລັດວິສາຫະ ກິດຄືນໃໝ່
(ພາບ: baomoi.com)
(vovworld)- ຕາມບົດລາຍງານທີ່ກອງປະຊຸມ “ຍູ້ແຮງການສ້າງໂຄງປະກອບ ລັດວິສາຫະກິດຂຶ້ນກັບກຸ່ມວິສາຫະກິດສູນກາງຄືນໃໝ່ຮອດປີ 2015“ ໂດຍຄະນະພັກກຸ່ມວິສາຫະກິດສູນກາງຈັດຕັ້ງຂຶ້ນເມື່ອຕອນເຊົ້າວັນທີ 2/4, ຢູ່ຮ່າໂນ້ຍ, ປະຈຸບັນ, ມີ 28 ໃນຈຳນວນ 32 ກຸ່ມບໍລິສັດ, ບໍລິສັດໃຫ່ຍ ແລະ ທະນາຄານຂຶ້ນກັບຄະນະພັກກຸ່ມວິສາຫະກິດສູນກາງ ລ້ວນແຕ່ສ້າງແຜນຮ່າງສ້າງໂຄງປະກອບຄືນໃໝ່ສຳເລັດຜົນ. ໄປຄຽງຄູ່ກັບການປະຕິບັດການສ້າງ ໂຄງປະກອບຄືນໃໝ່, ບັນດາວິສາຫະກິດໃນກຸ່ມໄດ້ມານະພະນາຍາມຮັກສາ, ພັດທະນາການຜະລິດດຳເນີນທຸລະກິດ, ຍົກສູງປະສິດທິຜົນການເຄື່ອນໄຫວ. ປີ 2013, ບັນດາວິສາຫະກິດປະກອບເຂົ້າງົບປະມານກ່ວາ 297.000 ຕື້ດົ່ງ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວິວັດເການຫັນເປັນຫຸ້ນສ່ວນ, ບໍລິຫານວິສາຫະກິດ, ຄະນະພັກກຸ່ມວິສາຫະກິດສູນກາງ ສະເໜີພິຈາລະນາ, ປັບປຸງກົດໝາຍວ່າດ້ວຍວິສາຫະກິດ, ເພີ່ມເຕີມບັນດາຂໍ້ກຳນົດປັບປຸງການຄຸ້ມຄອງ ແລະ ເຄື່ອນໄຫວຂອງບັນດາລັດວິສາຫະກິດ./.