ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວກັບ​ແຜນ Festival ​ເພື່ອ​ສັນຕ​ິພາບ ຢູ່​ແຂວງ​ກວ໋າງຈິ

(VOVWORLD) -  ຕອນເຊົ້າວັນທີ 27 ທັນວາ, ຢູ່ນະຄອນດົງຮ່າ, ແຂວງກວ໋າງຈິ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໄດ້ຈັດກອງປະຊຸມສໍາມະນາກ່່ຽວກັບ “Festival ເພື່ອສັນຕິພາບ ຢູ່ແຂວງກວ໋າງຈິ” ເຊິ່ງມີການເຂົ້າຮ່ວມຂອງຜູ້ແທນກວ່າ 100 ຄົນ. ໃນນັ້ນ, ມີບັນດານັກຄຸ້ມຄອງ, ນັກຄົ້ນຄວ້າວັດທະນະທໍາ, ປະຫວັດສາດ.
ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວກັບ​ແຜນ Festival ​ເພື່ອ​ສັນຕ​ິພາບ ຢູ່​ແຂວງ​ກວ໋າງຈິ - ảnh 1ກອງປະຊຸມສໍາມະນາມີການເຂົ້າຮ່ວມຂອງຜູ້ແທນກວ່າ 100 ຄົນ (ພາບ: TTXVN)

      ເປົ້າໝາຍຂອງແຜນດັ່ງກ່າວ ແມ່ນເພື່ອກໍ່ສ້າງແຂວງກວ໋າງຈິ ໃຫ້ກາຍເປັນເຂດວັດທະນະທໍາ ເພື່ອສັນຕິພາບ, ແມ່ນສັນຍາລັກໃຫ້ແກ່ພະລັງຊີວິດອັນແຮງກ້າຂອງມວນມະນຸດ ຢູ່ດິນແດນທີ່ຖືກທໍາລາຍໂດຍສົງຄາມ. ທ່ານ ຫງວຽນດຶກຈິ໊ງ ຮອງປະທານຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໃຫ້ຮູ້ວ່າ:

 “ການສ້າງແຜນດັ່ງກ່າວ ແມ່ນຕ້ອງບັນລຸເປົ້າໝາຍສ້າງງານບຸນໃຫ້ກາຍເປັນເຄື່ອງໝາຍ ເພື່ອປຸກລະດົມໃຫ້ທຸກໆຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຮ່ວມກັບແຂວງກວ໋າງຈິ, ມີບັນດາການເຄື່ອນໄຫວ ມຸ່ງໄປສູ່ເປົ້າໝາຍ ເພື່ອສັນຕິພາບ, ຫວນຄືນສົງຄາມໃນອະດີດຕະການ ແລະ ມຸ່ງໄປສູ່ການກະທໍາ ເພື່ອປົກປັກຮັກສາສັນຕິພາບ”.

        ງານ Festival  ລວມມີການເຄື່ອນໄຫວຕ່າງໆ ຄື: ງານມະໂຫລານສິລະປະສາກົນ “ສຽງເພງເພື່ອສັນຕິພາບ”, ການສະແດງດົນຕີປະສານສຽງ, ງານວາງສະແດງວິຈິດສິນ, ຈັດຕັ້ງກອງປະຊຸມສໍາມະນາ ກ່ຽວກັບບັນຫາສັນຕິພາບ... ນອກຈາກນັ້ນ, ກໍຍັງມີການເຄື່ອນໄຫວການສົ່ງເສີມການລົງທຶນ, ແຂ່ງຂັນກິລາ, ໂຄສະນາການທ່ອງທ່ຽວອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ