ກອງປະຊຸມສຳມະນາກ່ຽວກັບການເຄື່ອນໄຫວຂອງຄະນະສສຊ ແລະ ສສຊ ສະເພາະກິດ

ກອງປະຊຸມສຳມະນາກ່ຽວກັບການເຄື່ອນໄຫວຂອງຄະນະສສຊ ແລະ ສສຊ ສະເພາະກິດ - ảnh 1
ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ
ພາບປະກອບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 6/9 ຢູ່ ນະຄອນ ​ໂຮ່ຈິ​ມີນ, ຄະນະ​ປະຕິບັດ​ງານ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ແລະ ບົດບາດ​ຂອງ ສສຊ ສະ​ເພາະ​ກິດ​ໃນ​ການ​ເຄື່ອນ​ໄຫວ​ຂອງຄະນະ ສສຊ. ບັນດາ​ບົດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ຢືນຢັນ​​ເຖິງຄວາມຈຳ​ເປັນ ​ແລະ ບົດບາດ​ສຳຄັນ​ຂອງ​ຄະນະ ສສຊ, ສສຊ ສະ​ເພາະ​ກິດ​ໃນ​ການ​ກຳ​ແຫນ້ນ​​ ​ຄວາມ​ຄິດ, ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ​ເຜີຍ​ແຜ່, ສຶກສາ​ກົດໝາຍ ​ແລະ ສ້າງ​ກົດໝາຍ. ຢາກ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ປ່ຽນ​ແປງ​ໃຫມ່, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຄວນ​ສືບ​ຕໍ່​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ​, ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດໃຫ້​ຄົບ​ຊຸດ, ທ່ານ​ນາງ Nguyen Thi Nuong ຫົວຫນ້າ​ຄະນະ​ປະຕິບັດ​ງານ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

        “ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ, ​ໃນ​ນັ້ນ ມີ​ບົດບາດຫລັກ​ແຫ​ລ່ງຂອງ ສສຊ ສະ​ເພາະ​ກິດ ຢູ່ ສູນ​ກາງ ​ແລະ ທ້ອງ​ຖິ່ນ. ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ບັນດາ​ທ້ອງ​ຖິ່ນມີ​ຄວາມ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຄະນະ​ສສຊ ​ແລະ ສສຊ ສະ​ເພາະ​ກິດ​ເຄື່ອນ​ໄຫວ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ເອົາ​ໃຈ​ໃສ່​ນີ້​ຍັງບໍ່ທັນ​ສະ​ໝຳ່ສະ​ເຫມີ.”

 



ຂ່າວ/ບົດ​ອື່ນ