ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກປະຈຳປີຄັ້ງທີ5

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກປະຈຳປີຄັ້ງທີ5 - ảnh 1
ພາບ​ປະ​ກອບ:internet

(vovworld)- ວັນ​ທີ 21/7, ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສ​າ​ກົນ (CSIS) ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ສະ​ຫະ​ລັດ ອ​າ​ເມ​ລິ​ກາ  ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ​ປະ​ຈຳ​ປີ ຄັ້ງ​ທີ 5 ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ​ກອງ​ປະ​ຊຸມສຳ​ມະ​ນາໄດ້​ປຶກ​ສາ​ຫາ​ລື 4 ເນື້ອ​ໃນ​ຕົ້ນ​ຕໍ​ລວມ​ມີ​: ການ​ຜັນ​ແປ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ຢູ່ ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ບັນ​ຫາ​ດ້ານ​ກົດ​ໝາຍ ແລະ ຄວາມ​ວິ​ຕົກ​ກັງ​ວົນ, ການ​ດຸ່​ນ​ດ່ຽງ​ການ​ທະ​ຫານ - ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ພາກ​ພື້ນ ແລະ ການ​ແຊກ​ແຊ​ງ​ໃນ​ວິ​ກິດ​ການ. ສອງ​ບັນ​ຫາ​ຈຸດ​ສຸມ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ແມ່ນ​ເລື່ອງ ຟິ​ລີບ​ປີນ ຟ້ອງ​ຮ້ອງ ຈີນ​ຢູ່​ສານຕຸ​ລາ​ການ​ປະ​ຈຳ​ຂອງ ສ​ປ​ຊ ແລະ ເລື່ອງ​ຈີນ ດຳ​ເນີນ​ການກໍ່​ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

 

 

ຂ່າວ/ບົດ​ອື່ນ