ກອງປະຊຸມສຳມະນາທິດສະດີລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ
(ພາບ: Quang Đức/TTXVN)
(vovworld) – ໃນລະຫວ່າງວັນທີ 27 – 29/7, ກອງປະຊຸມສຳມະນາທິດສະດີຄັ້ງທີ 9 ດ້ວຍຫົວຂໍ້ວ່າ “ກໍ່ສ້າງພັກໃຫ້ປອດໄສ, ໝັ້ນຄົງເຂັມແຂງໃນສະພາບການໃໝ່ - ບົດຮຽນຂອງ ຈີນ, ບົດຮຽນຂອງ ຫວຽດນາມ” ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ ຖືກຈັດຂຶ້ນຢູ່ນະຄອນ ຕ່າຫຼຽນ, ແຫຼວໜິງ, ປະເທດ ຈີນ. ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ດິງເທ໋ຮິງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະພາທິດສະດີສູນກາງ ເປັນຫົວໜ້າຄະນະ. ຄະນະຜູ້ແທນພັກກອມມູນິດ ຈີນ ໂດຍທ່ານ ຫຼຽວຈີ໋ບ໋າວ, ກຳມະການກົມການເມືອງ, ເລຂາຄະນະເລຂາ, ຫົວໜ້າຄະນະໂຄສະນາສູນກາງ ເປັນຫົວໜ້າຄະນະ. ທີ່ພິທີໄຂ, ທ່ານ ດິງເທ໋ຮິງ ມີບົດກ່າວປາໄສສຳຄັນດ້ວຍຫົວຂໍ້ “ກໍ່ສ້າງພັກກອມມູນິດ ຫວຽດນາມ ປອດໄສ, ໝັ້ນຄົງເຂັມແຂງ ໃນສະພາບການໃໝ່ - ພຶດຕິກຳຕົວຈິງ ແລະ ບົດຮຽນ”, ບົດລາຍງານຢັ້ງຢືນ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືວຽກງານກໍ່ສ້າງພັກໃຫ້ປອດໄສ, ໝັ້ນຄົງເຂັມແຂງ ເປັນສຳຄັນ. ບົດລາຍງານແນະນຳສະພາບການຕົວຈິງວຽກງານກໍ່ສ້າງພັກໃຫ້ປອດໄສ, ໝັ້ນຄົງເຂັມແຂງ, ບັນດາບົດຮຽນໃນການກໍ່ສ້າງພັກປອດໄສ, ໝັ້ນຄົງເຂັມແຂງ, ທິດທາງ, ຈຸດໝາຍ ແລະ ໜ້າທີ່ກ່ຽວກັບການເພີ່ມທະວີການກໍ່ສ້າງພັກປອດໄສ, ໝັ້ນຄົງເຂັມແຂງໃນສະພາບການໃໝ່. ບັນດາຜູ້ແທນຂອງ 2 ຄະນະ ກໍ່ໄດ້ດຳເນີນບັນດາວາລະປຶກສາຫາລືລວມໝູ່ ທີ່ກ່ຽວຂ້ອງເຖິງຫົວຂໍ້ຕ່າງໆຄື: “ກໍ່ສ້າງວິຖີຊີວິດ”, “ກໍ່ສ້າງລະບອບ”, “ຕິດຕາມກວດກາ, ຜຸກມັດສິດອຳນາດ”, “ສະພາບແວດລ້ອມທາງສັງຄົມ”.
ທີ່ພິທີອັດ, 2 ຝ່າຍຢືນຢັນກອງປະຊຸມສຳມະນາທິດສະດີຄັ້ງທີ 9 ລະຫວ່າງ 2 ພັກໄດ້ຮັບຜົນສຳເລັດຢ່າງຈົບງາມ, ຕີລາຄາສູງບັນດາກອງປະຊຸມສຳມະນາຄັ້ງນີ້ທີ່ມີຕໍ່ທິດສະດີ ແລະ ພຶດຕິກຳຕົວຈິງວຽກງານກໍ່ສ້າງພັກຂອງແຕ່ລະພັກ, ປະກອບສ່ວນກໍ່ສ້າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ ໃຫ້ປອດໄສ, ໝັ້ນຄົງເຂັມແຂງ, ສືບຕໍ່ນຳພາພາລະກິດປະຕິວັດຢູ່ແຕ່ລະປະເທດຢ່າງມີໄຊ.