ກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍອຸຕຸນິຍົມ ອຸທົກກະສາດ


ກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍອຸຕຸນິຍົມ ອຸທົກກະສາດ - ảnh 1
ສະ​ຖາ​ນີ​ອຸ​ຕຸ​ນິ​ຍົມ ອຸທົກ​ກະ​ສາດ

(vovworld)- ວັນ​ທີ 18/5, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາບ​ທ​າມ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ອຸ​ຕຸ​ນິ​ຍົມ ອຸທົກ​ກະ​ສາດ ຊຶ່ງ​ຄາດ​ວ່າ​ຈະ​ຍືນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ປີ 2015. ພິ​ເສດ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ອຸ​ຕຸ​ນິ​ຍົມ ອຸທົກ​ກະ​ສາດ ແລະ ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ​ກົດ​ໝາຍ ຄວນ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ອຸ​ຕຸ​ນິ​ຍົມ ອຸທົກ​ກະ​ສາດ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ປ້ອງ​ກັນ​ຊາດ , ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕ້ານ​ໄພ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ສັງ​ຄົມ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລືບັນ​ຫາ​ຕ່າງໆ​ຄື ການ​ຄຸຸ້ມ​ຄອງ​ການ​ພະ​ຍາ​ກອນ​ອາ​ກາດ, ສະ​ພາບ​ຕົວ​ຈິງ ແລະ ກຳ​ນົດ​ທິດ​ພັດ​ທະ​ນາ​ຂອງ​ລະ​ບົບ​ພະ​ຍາ​ກອນ​ອຸ​ຕຸ​ນິ​ຍົມ ອຸທົກ​ກະ​ສາດ ແລະ ການ​ຕິດ​ຕາມ ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ…..

ຂ່າວ/ບົດ​ອື່ນ