ກອງປະຊຸມສຳມະນາວິທະຍາສາດ “70 ປີສັນຍາ ເຊີແນວກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ”

(VOVWORLD) - ສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ, ທີ່ໄດ້ລົງນາມຢູ່ ເຊີແນວ (ປະເທດ ສະວິດ) ກ່ອນນີ້ 70 ປີ, ໄດ້ກາຍເປັນຂີດໝາຍປະຫວັດສາດສຳຄັນໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນ ຫວຽດນາມ.
ກອງປະຊຸມສຳມະນາວິທະຍາສາດ “70 ປີສັນຍາ ເຊີແນວກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ”  - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ກ່າວຄຳເຫັນໄຂກອງປະຊຸມສຳມະນາ
(ພາບ: ຕວັນແອັງ)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ (21 ກໍລະກົດ 1954 – 21 ກໍລະກົດ 2024), ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ແລະ ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ຈັດກອງປະຊຸມສຳມະນາວິທະຍາສາດ “70 ປີສັນຍາ ເຊີແນວກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ”.

        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເນັ້ນໜັກວ່າ, ສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ, ທີ່ໄດ້ລົງນາມຢູ່ ເຊີແນວ (ປະເທດ ສະວິດ) ກ່ອນນີ້ 70 ປີ, ໄດ້ກາຍເປັນຂີດໝາຍປະຫວັດສາດສຳຄັນໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນ ຫວຽດນາມ. ທ່ານຖືວ່າ, ຜ່ານບັນດາການແລກປ່ຽນຢ່າງກົງໄປກົງມາ, ມີວິທະຍາສາດ, ພາວະວິໄສ, ກອງປະຊຸມສຳມະນາໄດ້ເປັນເອກະພາບຄວາມຮັບຮູ້ກ່ຽວກັບບົດບາດ ແລະ ຄວາມໝາຍຂອງສັນຍາ, ບົນພື້ນຖານນັ້ນ, ສະເໜີບັນດາຂໍ້ສະເໜີແນະ, ບົດຮຽນກ່ຽວກັບການໝູນໃຊ້ບົດຮຽນຈາກວິວັດການເຈລະຈາ, ລົງນາມ ແລະ ປະຕິບັດສັນຍາໃນສະພາບການໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານການທູດໃນປະຈຸບັນ. ທ່ານລັດຖະມົນຕີ ບຸຍແທັງເຊີນ, ເນັ້ນໜັກວ່າ:

        “ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນ, ສະຫຼຸບ, ຕີລາຄາບັນດາບົດຮຽນອັນລ້ຳຄ່າ, ທີ່ຍັງມີຄຸນຄ່າເໝືອນເດີມຂອງກອງປະຊຸມ ເຊີແນວ ແລະ ສັນຍາ ເຊີແນວ 1945 ທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

        ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຊວັນທັ້ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕີລາຄາວ່າ, ວິວັດການເຈລະຈາ, ລົງນາມ, ປະຕິບັດສັນຍາ ເຊີແນວ ແມ່ນປື້ມຕຳລາທີ່ມີບົດຮຽນຫຼາຍຢ່າງດ້ານການພົວພັນຕ່າງປະເທດ, ສະແດງໃຫ້ຫັນສີສັນທີ່ເປັນເອກະລັກສະເພາະຂອງການທູດ ແລະ ການພົວພັນຕ່າງປະເທດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ