ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ກໍ່ສ້າງ​ປັບ​ປຸງ​ການນຳ​ໜ້າ​ຂອງການ​ຕ່າງ​ປະ​ເທດ​ໃນ​ຍຸກ​ສະ​ໄໝ​ໃໝ່

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ຂະແຫນງການຕ່າງປະເທດຕ້ອງກຳແໜ້ນຈຸດພິເສດຂອງທ່າອ່ຽງໃນຍຸກສະໄໝ, ເປັນເສນາທິການບັນດາລັດຖະນະໂຍບາຍໃຫ້ແກ່ພັກ, ລັດຢ່າງທັນການ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ກໍ່ສ້າງ​ປັບ​ປຸງ​ການນຳ​ໜ້າ​ຂອງການ​ຕ່າງ​ປະ​ເທດ​ໃນ​ຍຸກ​ສະ​ໄໝ​ໃໝ່ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະພະນັກງານຄະນະພັກກະຊວງການຕາງປະເທດ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ການພັດທະນາຂະແຫນງການຕ່າງປະເທດ

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມໄດ້ອວຍພອນໝູຄະນະພະນັກງານ, ລັດຖະກອນ ຂະແໜງການຕ່າງປະເທດ ເນື່ອງໃນໂອກາດ 79 ປີແຫ່ງວັນສ້າງຕັ້ງຂະແໜງ. ທ່ານເນັ້ນໜັກເຖິງບັນດາການປ່ຽນແປງຂອງສະພາບການໂລກ ກັບຫຼາຍກາລະໂອກາດ ແລະ ສິ່ງທ້າທາຍທີ່ໄປຄຽງຄູ່ກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ຂະແຫນງການຕ່າງປະເທດຕ້ອງກຳແໜ້ນຈຸດພິເສດຂອງທ່າອ່ຽງໃນຍຸກສະໄໝ, ເປັນເສນາທິການບັນດາລັດຖະນະໂຍບາຍໃຫ້ແກ່ພັກ, ລັດຢ່າງທັນການ. ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມຊີ້ແຈ້ງວ່າ:

ຕ້ອງປັບປຸງ, ສ້າງການຕ່າງປະເທດໃນຍຸກສະໄໝໃໝ່ບົນພື້ນຖານສືບທອດ ແລະ ເສີມຂະຫຍາຍແນວທາງການຕ່າງປະເທດເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກ. ເປົ້າໝາຍສູງສຸດ ຂອງການເຄື່ອນໄຫວການຕ່າງປະເທດໃນຍຸກສະໄໝໃໝ່ນັ້ນແມ່ນຮັບປະກັນຜົນປະໂຫຍດຊົນຊາດຢູ່ລະດັບສູງສຸດ, ເພື່ອໃຫ້ພັກມີຄວາມໝັ້ນຄົງເຂັ້ມແຂງ, ເພື່ອປະເທດ ສສ.ຫວຽດນາມ ທີ່ຮັ່ງມີເຂັ້ມແຂງ, ທີ່ຖານະບົດບາດສຳຄັນໃນພື້ນຖານການເມືອງເສດຖະກິດທົ່ວໂລກ, ມີຄວາມສີວິໄລມວນມະນຸດ, ເພື່ອປະຊາຊົນອີ່ມໜຳສຳລານສົມບູນພູນສຸກ. ການຕ່າງປະເທດ ຫວຽດນາມຕ້ອງປົກປ້ອງຜົນປະໂຫຍດແຫ່ງຊາດ, ຮັບໃຊ້ປະຊາຊົນ, ສູ້ຊົນເພື່ອສັນຕິພາບເອກະລາດ, ຊົນຊາດ, ປະຊາທິປະໄຕ, ຄວາມກ້າວໜ້າສັງຄົມ ຂອງການພັດທະນາໃຫ້ມີສີວິໄລຂອງບັນດາຊາດໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ