ກອງປະຊຸມສຳມະນາແນວຄິດປະທານໂຮ່ຈິມິນ - ຄຸນຄ່າວັດທະນະທຳມະນຸດ ແລະ ການພັດທະນາ

ກອງປະຊຸມສຳມະນາແນວຄິດປະທານໂຮ່ຈິມິນ - ຄຸນຄ່າວັດທະນະທຳມະນຸດ ແລະ ການພັດທະນາ - ảnh 1
ກອງປະຊຸມສຳມະນາແນວຄິດປະທານໂຮ່ຈິມິນ -
ຄຸນຄ່າວັດທະນະທຳມະນຸດ ແລະ ການພັດທະນາ
(ພາບ: vovgiaothong.vn)


​(vovworld) – ເພື່ອ​ມຸ່ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ, ຕອນ​ເຊົ້າ​ວັນ​ທີ 08/05, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຫ້ອງການ​ສູນ​ກາງ​ພັກ ​ແລະ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ສົມ​ມົບກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂ້ໍ​ວ່າ “ແນວ​ຄິດ​ປະທານ​ໂຮ່ຈິ​ມິນ - ຄຸນຄ່າວັດທະນະທຳ​ມະນຸດ ແລະ ການ​ພັດທະນາ”. ທ່ານ​ອະ​ດີດ​ປະທານ​ປະ​ເທດ ​ເຈີ່ນ​ດຶກ​ເລືອ​ງ; ທ່ານຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ດິງ​​ເທ​ຮີງ, ພ້ອມ​ກັບ​ນັກ​ຊ່ຽວຊານ, ນັກວິທະຍາສາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປັນ​ຈຳນວນ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ດິງ​​ເທ​ຮີງ ຢືນຢັນ​ວ່າ.

        “​ແນວ​ຄິດ​ໂຮ່ຈິ​ມິນ ກ່ຽວ​ກັບ​ລັດທິ​ສັງຄົມ​ ​ແລະ ກໍ່​ສ້າງ​ລັດທິ​ສັງຄົມ, ພ້ອມ​ກັບ​ລັດທິ​ມາກ - ​ເລ​ນິນ, ​ແມ່ນ​ພື້ນຖານ​ແນວ​ຄິດ​​ເພື່ອ​ໃຫ້​ພັກເຮົາ​ພັດທະນາ. ອາດ​ເວົ້າ​ໄດ້​ວ່າ, ລັດທິ​ສັງຄົມ​ຕາມ​ປະທານ​ໂຮ່ຈິ​ມິນ ​ແມ່ນ​ເຮັດ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ທຸກ​ຄົນ​ລ້ວນ​ແຕ່​ມີ​ວຽກ​ງານ​ງານ​ທຳ, ມີ​ຄວາມ​ອີ່​ນໜຳ​ສຳລານ… ລັດທິ​ສັງຄົມ​ບໍ່​ພຽງ​ແຕ່​ປົກ​ປັກ​ຮັກສາໝາກຜົນ​ຂອງ​ຊາດ​ຢ່າງ​ໝັ້ນ​ຄົງ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ປະຊາຊົນ​ມິ​ຄວາມ​ຜາ​ສຸກ, ປະຊາຊົນ​ມີ​ຄວາມ​ເສລີພາບ, ສ້າງສາ ​ແລະ ພັດທະນາ​ພື້ນຖານ​ສັນຕິພາບ​ໃນ​ໂລກ, ຄວາມ​ຜາ​ສຸກ​ໃນ​ບັນດາ​ຊາດ​ອີກ​ດ້ວຍ”.


ຂ່າວ/ບົດ​ອື່ນ