ກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ

(VOVWORLD) -

ວັນທີ 26 ສິງຫາ, ເຊິ່ງແມ່ນວັນສຸດທ້າຍຂອງກອງປະຊຸມທີ່ແກ່ຍາວເປັນເວລາເກືອບໜຶ່ງເດືອນ, ບັນດາຝ່າຍເຂົ້າຮ່ວມກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) – ບໍ່ສາມາດຮັບຮອງເອົາບົດລາຍງານຍ້ອນຍັງມີຄວາມບໍ່ລົງລອຍກັນທີ່ບໍ່ສາມາດແກ້ໄຂໄດ້ໃນການໂຕ້ຖຽງກັນ.

        ຕາມສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ ແລ້ວ, ນີ້ແມ່ນຄັ້ງທີ 2 ທີ່ກອງປະຊຸມໄດ້ຈັດຂຶ້ນຢູ່ສຳນັກງານ ສປຊ ທີ່ນິວຢອກ ເຊິ່ງບໍ່ສາມາດຮັບຮອງເອົາເອກະສານໃນວາລະປະຊຸມໜຶ່ງ. ບັນຫາທີ່ກໍ່ໃຫ້ເກີດການໂຕ້ຖຽງກັນລະຫວ່າງບັນດາຜູ້ແທນປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມແມ່ນ ຊາຕະກຳຂອງໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ ຢູແກຼນ ແລະ ຄຳຮຽກຮ້ອງໃຫ້ບັນດາປະເທດນຳໃຊ້ທິດສະດີປັດຊະຍາຫ້າມນຳໃຊ້ອາວຸດນິວເຄຼຼຍຄືດັ່ງມາດຕະການນາບຂູ່.

        ປີ 2015, ບັນດາປະເທດສະມາຊິກ ກໍ່ບໍ່ສາມາດບັນລຸໄດ້ຂໍ້ຕົກລົງສຸດທ້າຍ, ໃນຂະນະນັ້ນ, ກອງປະຊຸມປີ 2020 ກໍ່ຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ