ກອງປະຊຸມເຈົ້າໜ້າທີ່ ຂັ້ນສູງອາຊຽນ ຄັ້ງທີ 11 SOMRI

ກອງປະຊຸມເຈົ້າໜ້າທີ່ ຂັ້ນສູງອາຊຽນ ຄັ້ງທີ 11 SOMRI - ảnh 1
( ພາບປະກອບ )

( vovworld ) -  ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຮັບຜິດຊອບ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ອາ​ຊຽນ ຄັ້ງ​ທີ 11 ( SOMRI -11 ) ຫາ​ກໍ​ດຳ​ເນີນ​ໄປຢູ່ນະຄອນຫຼວງ Kuala Lumpur ປະ​ເທດມາ​ເລ​ເຊຍ, ​ໃນ​ເວລາ​ແຕ່​ວັນ​ທີ 27 - 28/2, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ 10 ປະ​ເທດ​ສະມາຊິກ. ບັນດາ​ເຈົ້າ​ໜ້າ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ສະຫງວນ​ເວລາ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບົດບາດ​ຂອງ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບ​ຜິດ​ຊອບວຽກ​ງານ​ຖະ​ແຫຼງຂ່າວ​ອາ​ຊຽນ ​ໃນ​ວິວັດ​ການ​ສ້າງສາ​ປະຊາຄົມ, ນັ້ນ​ແມ່ນ​ການ​ຊຸກຍູ້​ບັນດາ​ແຜນການ​ສື​ສານ​ກ່ຽວ​ກັບ 3 ​ເສົາ​ຄຳຂອງ​ປະຊາ​ຄົມ​ອາ​ຊຽນ ກໍ​ຄື​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ອາ​ຊຽນ.

  ບັນດາ​ຜູ້​ແທນ​ຍັງປຶກ​ສາ​ຫາລື ​ແລະ ​ເປັນ​ເອກະພາບ​ນຳ​ກັນວ່າ ຄວນ​ຊຸກຍູ້ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເຄື່ອງມືສື​ສານທີ່​ທັນ​ສະ​ໄໝ, ​ໃນ​ນັ້ນ​ມີ​ການ​ສື່ສານ​ທາງ​ສັງຄົມ, ຮັບ​ໃຊ້​ເປົ້າ​ໝາຍ​ຍູ້​ແຮງ​ການ​ໂຄສະນາ, ​ແນະນຳກ່ຽວ​ກັບ​ອາ​ຊຽນ ​ແລະ ປະຊາ​ຄົມ​ອາ​ຊຽນ​ເຖິງ​ປະຊາຊົນ.

ຂ່າວ/ບົດ​ອື່ນ