ກອງປະຊຸມໃຫ່ຍສະຫະ ພັນຊາວໜຸ່ມນະຄອນ ຮ່າໂນ້ຍ


ກອງປະຊຸມໃຫ່ຍສະຫະ ພັນຊາວໜຸ່ມນະຄອນ ຮ່າໂນ້ຍ - ảnh 1
(
ພາບ:vov)

(vovworld)- ​ ​ ກອງ​ປະຊຸມ​ໃຫ່ຍສະຫະພັນ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ຄັ້ງທີ 6 ອາຍຸ​ການ 2014-2019 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງການ​ໃນ​ຕອນ​ເຊົ້າວັນ​ທີ 26/10. ດ້ວຍ​ຫົວ​ເລື່ອງ: “​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອະລິຍະ​ທຳ​ນັບ​ພັນ​ປີ​ແຫ່ງ​ວິລະ​ຊົນ, ຊາວ​ໜຸ່ມ​ຮ່າ​ໂນ້ຍ ມີ​ຄຸນ​ນະ​ທາດ, ພູມ​ປັນຍາ, ສາມັກຄີ, ສະໝັກ​ໃຈ​ປະກອບສ່ວນ​ສ້າງສາ​ນະຄອນຫຼວງ ​ແລະ ປະ​ເທດ​ຊາດ​​ໃຫ້ຮັ່ງມີ, ສວຍ​ງາມ, ສີວິ​ໄລ, ທັນ​ສະ​ໄໝ“ ​ແລະ ດ້ວຍ​ຈິດ​ໃຈ “ສາມັກຄີ, ປະຊາທິປະ​ໄຕ, ພູມ​ປັນຍາ, ປ່ຽນ​ໃໝ່“ ນັ້ນ,  ກອງ​ປະຊຸມ​ໃຫ່ຍ​ແມ່ນ​ເວ​ທິປາ​ໄສ​ເພື່ອ​ໃຫ້​ສະມາຊິກ, ຊາວ​ໜຸ່ມ​ປຶກສາ​ຫາລື, ວາງ​ງອອກ​ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ຂອງ​ສະຫະພັນ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ນະຄອນ​ໃນ 5 ປີ​ຂ້າງ​ໜ້າ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫ່ຍ, ທ່ານ​ຫງວຽນ​ເທ​ຖາວ, ປະທານ​ຄະນະ​ກຳມະການ ປຊຊ ນະຄອນ​ຮ່າ​ໂນ້ຍ ​ເນັ້ນໜັກ​ວ່າ:

   “ສະຫະພັນຊາວໜຸ່ມຕ້ອງເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນອັນໃຫ່ຍຫຼວງຂອງຕົນ, ສ້າງເປັນຂະບວນການ​​ເຄື່ອນໄຫວປະຕິວັດຢ່າງແຮງ, ຕໍ່ເນື່ອງ, ຮອບດ້ານ, ​ເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ສ້າງສະຫະພັນຊາວໜຸ່ມນະຄອນໝັ້ນຄົງເຂັ້ມແຂງ, ຮອບດ້ານດ້ານການເມືອງ, ​ແນວຄິດແລະ ອົງການຈັດຕັ້ງກາຍເປັນແນວໂຮມທີ່ກ້ວາງຂວາງ, ມີຄວາມດູດດື່ມທຸກພາກສ່ວນ, ​ເປົ້າໝາຍຊາວໜຸ່ມເຂົ້າຮ່ວມ​“./.

ຂ່າວ/ບົດ​ອື່ນ