(vovworld) - ກ່າວຄຳເຫັນທີ່ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ວໍຊິງຕັນ ໃນວັນທີ 18/04 ຜ່ານມາ, ທ່ານ Hugo Swire, ລັດຖະມົນຕີຮັບຜິດຊອບອາຊີຕາເວັນອອກ ຂອງກະຊວງການຕ່າງປະເທດອັງກິດ, ໄດ້ຕຳນິຕິຕຽນ ບັນດາການກະທຳທີ່ຜິດພາດຂອງຈີນ ຢູ່ທະເລຕາເວັນອອກ ໃນໄລຍະຜ່ານມາຢ່າງກົງໄປກົງມາ. ທ່ານ Hugo Swire ຖືວ່າ, “ສະພາບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແມ່ນຍ້ອນການກະທຳທີ່ຂັນແຂງຂອງຈີນ ກໍ່ຂຶ້ນ”, ພ້ອມທັງຢືນຢັນວ່າ ຄຳຕັດສິນຂອງສານກຳມະການສາກົນ ຢູ່ La Hay, ປະເທດໂຮນລັງ ກ່ຽວກັບບັນຫາທະເລຕາເວັນອອກ ແມ່ນມີລັກສະນະຜູກມັດສຳລັບຈີນ ແລະ ຟິລິບປີນ. ທັງອັງກິດ ແລະ ອາເມລິກາ ລ້ວນແຕ່ຈະສະໜັບສະໜູນ, ຮຽກຮ້ອງໃຫ້ຈີນ ຕ້ອງເຄົາລົບຄຳຕັດສິນນີ້. ປະຕິກິລິຍາຕໍ່ຖະແຫຼງການນີ້, ວັນທີ 20/04, ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ຖືວ່າ, ອັງກິດ ຕ້ອງຮັກສາທັດສະນະກາງໃນບັນຫາທະເລຕາເວັນອອກ. ພ້ອມກັນນັ້ນ, ໂຄສົກກະຊວງການຕ່າງປະເທດຈີນ ກໍໃຫ້ຮູ້ວ່າ, ປະເທດນີ້ບໍ່ຮັບຮອງ ແລະ ບໍ່ເຂົ້າຮ່ວມກໍລະນີ ຟີລິບປີນ ຟ້ອງສານຈີນ ຂຶ້ນສານກຳມະການສາກົນຢູ່ La Hay, ປະເທດ ໂຮນລັງ ທີ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ.