ກະຊວງ​ວັດທະນະ​ທໍາ - ກິລາ ​ແລະ ທ່ອງ​ທ່ຽວ ພົບ​ປະ, ຍ້ອງຍໍ​ຊົມ​ເຊີຍ​ຜູ້​ເຮັດ​ວຽກງານ​ດ້ານ​ສື່​ມວນ​ຊົນ​ທີ່​ດີ​ເດັ່ນ

(VOVWORLD) -ຕອນເຊົ້າວັນທີ 17 ມິຖຸນາ, ກະຊວງວັດທະນະທໍາ - ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງ “ລາຍການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ປີ 2020” ຂຶ້ນຢູ່ທີ່ຫໍພິພິທະພັນໂຮ່ຈີມິນ, ນະຄອນຮ່າໂນ້ຍ. 
ກະຊວງ​ວັດທະນະ​ທໍາ - ກິລາ ​ແລະ ທ່ອງ​ທ່ຽວ ພົບ​ປະ, ຍ້ອງຍໍ​ຊົມ​ເຊີຍ​ຜູ້​ເຮັດ​ວຽກງານ​ດ້ານ​ສື່​ມວນ​ຊົນ​ທີ່​ດີ​ເດັ່ນ - ảnh 1ບັນດາຜູ້ເຮັດວຽກງານດ້ານສື່ມວນຊົນຖ່າຍຮູບທີ່ການພົບປະ (ພາບ: VOV)

        ກ່າວຄໍາເຫັນນະທີ່ນີ້, ທ່ານເລແຄ໊ງຫາຍ, ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ:

        “ນັກຂ່າວແມ່ນຂົວຕໍ່ທາງດ້ານຖະແຫຼງຂ່າວລະຫວ່າງລັດຖະບານກັບທ້ອງຖິ່ນ. ຂະແໜງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຍາມໃດກໍເຄົາລົບນັບຖືການປະກອບສ່ວນ, ການແບ່ງປັນຂອງນັກຂ່າວໃນການສ້າງ, ພັດທະນາວັດທະນະທໍາຂອງຊາວຫວຽດນາມ”.

        ໃນລາຍການພົບປະຄັ້ງນີ້, ມີ 5 ຫົວໜ່ວຍສື່ມວນຊົນ ແລະ ຜູ້ເຮັດວຽກງານສື່ມວນຊົນດີເດັ່ນ 15 ຄົນ ໄດ້ຮັບໃບຍ້ອງຍໍຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ. ມີນັກຂ່າວຫຼາຍຄົນ ໄດ້ ແລະ ກໍາລັງມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຫື່ອແຮງຂອງການເຂົ້າໃນການພັດທະນາຂອງແຕ່ລະອົງການສື່ມວນຊົນ, ກໍຄືພາລະກິດສື່ມວນຊົນປະຕິວັດເວົ້າລວມ, ຕອບສະໜອງໄດ້ຕາມບັນດາໜ້າທີ່ວຽກງານ, ຄວາມຮຽກຮ້ອງຕ້ອງການຂອງໄລຍະໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ